STL-23

ຂະບວນຂົນສົ່ງສິນຄ້າຜ່ານແດນລາວ-ໄທ ໃຫ້ບໍລິການ 4 ຖ້ຽວຕໍ່ມື້

ໃນວັນທີ 1 ສິງຫາ 2019 ໄດ້ມີພິທີເປີດແລ່ນຂະບວນລົດໄຟຂົນສົ່ງສິນຄ້າຜ່ານແດນ ລະຫວ່າງລັດຖະບານລາວແລະລັດຖະບານໄທ ຜ່ານຂົວມິດຕະພາບລາວ-ໄທແຫ່ງທີ 1 ຈາກສະຖານີທ່ານາແລ້ງ -ສະຖານີໜອງຄາຍ ເຊິ່ງມີໄລຍະທາງ 3.5 ກິໂລແມັດ

ໂດຍຊ່ວຍອຳນວນຄວາມສະດວກຕໍ່ການພັດທະນາລະບົບຂົນສົ່ງໂລຈິສຕິກຂອງປະເທດ ສາມາດເຊື່ອມຕໍ່ການຂົນສົ່ງສິນຄ້າທີ່ສູນກອງເກັບຕູ້ຄອນເທນເນີ້ (Container Yard) ທີ່ທ່ານາແລ້ງ ໄປຍັງສະຖານີໜອງຄາຍ ແລະ ຕໍ່ໄປຍັງທ່າເຮືອແຫຼມສະບັງ ໂດຍກົງສຳລັບສິນຄ້າຈະສົ່ງອອກທາງລົດໄຟຂອງ ສປປ ລາວໃນຂະບວນນີ້ ຜະລິດຕະພັນ ເບຍລາວ ເປັນຜະລິດຕະພັນທໍາອິດ ຂອງ ສປປ ລາວ ທີ່ຈະນໍາໃຊ້ຜົນປະໂຫຍດ ຈາກການຂົນສົ່ງສິນຄ້າ ທາງລົດໄຟ ຂ້າມປະເທດນີ້.

ກ່ອນໜ້ານີ້ ການເປີດໃຫ້ບໍລິການແລ່ນລົດເສັ້ນທາງທ່ານາແລ້ງ-ໜອງຄາຍ ໄດ້ໃຫ້ບໍລິການສະເພາະການຂົນສົ່ງໂດຍສານເທົ່ານັ້ນ ແຕ່ນັບຕັ້ງແຕ່ວັນທີ 1 ສິງຫາ 2019 ເປັນຕົ້ນໄປ ຈະມີການປັບປ່ຽນຂະນວນລົດໃຫ້ເປັນຂະບວນລົດຮ່ວມໃຫ້ຂົນສົ່ງໄດ້ທັງຜູ້ໂດຍສານແລະສິນຄ້າພ້ອມກັນ.

ສຳລັບຂະບວນລົດທີ່ແລ່ນລະຫວ່າງສະຖານີທ່ານາແລ້ງ-ສະຖານີໜອງຄາຍ ຈິມີການພວງລົດໂບກີ້ບັນທຸກສິນຄ້າເຂົ້າກັນກັບຂະບວນລົດໂດຍສານ ເຊິ່ງເປີດໃຫ້ບໍລິການມື້ລະ 4 ຂະບວນ ດັ່ງນີ້:

  • ຂະບວນລົດຮ່ວມທີ 481 ອອກທີ່ໜອງຄາຍ 07.30 ໂມງ ແລະ ເຖິງທ່ານາແລ້ງ 07:45 ໂມງ
  • ຂະບວນລົດຮ່ວມທີ 482 ອອກທ່ານາແລ້ງ 10.00 ໂມງເຖິງໜອງຄາຍ 10:15 ໂມງ
  • ຂະບວນລົດຮ່ວມທີ 483 ອອກໜອງຄາຍ 14.45 ໂມງ ເຖິງທ່ານາແລ້ງ 15:00 ໂມງ
  • ຂະບວນລົດຮ່ວມທີ 484 ອອກຈາກທ່ານາແລ້ງ 17.30 ໂມງເຖິງໜອງ 17:45 ໂມງ