ການຂົນສົ່ງທາງນໍ້າ

ການສົ່ງສິນຄ້າທາງມະຫາສະໝຸດຫຼືທາງທະເລເປັນການຂົນສົ່ງທີ່ໄດ້ຮັບການນິຍົມຫຼາຍ ເນື່ອງຈາກມີຄ່າໃຊ້ຈ່າຍຕົ້ນທືນໜ້ອຍທີ່ສຸດ ສາມາຂົນສົ່ງໄດ້ເທື່ອລະຫຼາຍ ເຊີ່ງສ່ວນໃຫຍ່ໃຊ້ສຳສັບສິນຄ້າລະຫວ່າງປະເທດ ການສົ່ງສິນຄ້າທາງທະເລ ຈື່ງຈັດເປັນປະເພດການສົ່ງທີ່ຕົ້ນທຶນໜ່ອຍທີ່ສຸດ ແຕ່ຂໍ້ເສຍການຂົນສົ່ງທາງທະເລກໍ່ຄື  ມີຄວາມຊັກຊ້າ ແລະ ຈໍາກັດໃນເລື່ອງຄວາມໄວ ແລະ ສະພາບອາກາດໃນແຕ່ລະດູການບໍ່ວ່າຈະເປັນບັນຫາທີ່ເກີດຈາກລົມພາຍຸ,ກະແສນໍ້າກໍ່ລ້ວນແຕ່ເປັນອຸປະສັກທາງນໍ້າທັ່ງນັ້ນ,ປະເທດເຮົານຳສິນຄາເຂົ້າແລະສົ່ງອອກໂດຍໃຊ້ການຂົນສົ່ງທາງທະເລເພີ່ມຂື້ນຫຼາຍທຸກປີ ການສົ່ງສິນຄ້າທາງນໍ້າເໜາະສົມກັບສິນຄ້າຂະໜາດໃຫຍ່ ສົ່ງອອກໄດ້ປະລິມານຫຼາຍ ເປັນສິນຄ້າທີ່ແກ່ການເສຍຫາຍ.

ຂໍ້ດີ:

  • ອັດຕາການຂົນສົ່ງແມ່ນລາຄາຖືກກວ່າເມື່ອທຽບໃສ່ການຂົນສົ່ງທາງອື່ນ.
  • ສາມາຂົນສົ່ງສິນຄ້າໄດ້ຫຼາຍ.
  • ມີຄວາມປອດໄພ.
  • ສາມາດສົ່ງໃນໄລຍະໄກໄດ້.

ຂໍ້ເສຍ:

  • ມີຄວາມຊັກຊ້າໃນການຂົນສົ່ງ.
  • ໃນຊ່ວງລະດູຮ້ອນນ້ຳອາດຈະນ້ອຍເຊີ່ງເປັນອຸປະສັກໃນການຂົນສົ່ງ.
  • ບໍ່ສາມາດກຳນົດເວລາການຂົນສົ່ງໄດ້ຂື້ນຕາມສະພາບອາກາດ.