ເຊື່ອມໂຍງລະບົບລາງລົດໄຟ ຈຸດຄ່ຽນຖ່າຍສິນຄ້າທີ່ທ່ານາແລ້ງ

ເປີດການເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດຈຸດຄ່ຽນຖ່າຍສິນຄ້າ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການຂົນສົ່ງສິນຄ້າລະຫວ່າງປະເທດເກີດຄວາມຄ່ອງຕົວ ແລະ ສະດວກສະບາຍ ໂດຍສະເພາະລະບົບລາງ ຊຶ່ງເປັນການຂົນສົ່ງທີ່ປະຢັດເວລາ ປະຢັດຄ່າໃຊ້ຈ່າຍທີ່ສຸດ ຈຶ່ງເກີດໃຫ້ມີການເປີດການເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດ ຈຸດຄ່ຽນຖ່າຍສິນຄ້າ ນະຄອນຫລວງວຽງຈັນ ລົດໄຟລາວ-ຈີນ ແລະ ລົດໄຟລາວ-ໄທ ຂຶ້ນໃນວັນທີ 1 ກໍລະກົດ 2022 ນີ້
ເປັນກຽດເຂົ້າຮ່ວມໃນພິທີອັນມີຄວາມຫມາຍຄວາມສຳຄັນນີ້ ຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານເອກອັກຄະລັດຖະທູດ ແຫ່ງ ສປ. ຈີນ ປະຈໍາລາວ, ທ່ານ ເອກອັກຄະລາດຖະທູດ ແຫ່ງ ຣາຊະອາຈັກໄທ ປະຈຳລາວ, ບັນດາລັດຖະມົນຕີ, ອະດີດລັດຖະມົນຕີ, ຮອງລັດຖະມົນຕີ, ຫົວຫນ້າກົມ, ຮອງກົມ, ທ່ານປະທານບໍລິສັດທັງຝ່າຍລາວ ຝ່າຍຈີນ ແລະ ຝ່າຍໄທ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນ ໂລຈິສະຕິກ ພາກ ກ່າວວ່າ: ການເປີດພິທີເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງ 1 ແມັດ ຢູ່ຈຸດຄ່ຽນຖ່າຍສິນຄ້ານະຄອນຫລວງວຽງຈັນໃນມື້ນີ້ ແມ່ນເຫດການຫນຶ່ງທີ່ເປັນເຫດການປະຫວັດສາດຂອງຊາດລາວ ກໍຄືຫມາກຜົນຂອງການຮ່ວມມືຂອງສອງຊາດ ລາວ-ຈີນ ໂດຍສະເພາະບໍລິສັດ ທ່າບົກ-ທ່ານາແລ້ງ ກັບບໍລິສັດ ເສັ້ນທາງລົດໄຟລາວ-ຈີນ. ພາຍໃຕ້ການນໍາຂອງພັກ-ລັດຖະບານ ດ້ວຍຄວາມມຸ້ງຫມັ້ນໃນການປະຕິບັດຍຸດທະສາດດ້ານການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການຫັນປະເທດລາວ ທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລາງ ແລະ ລະບົບໂລຈິດສຕິກ. ທັງນີ້, ກໍເພື່ອແນໃສ່ສ້າງຜົນປະໂຫຍດຈາກຂະບວນລົດໄຟ ທີ່ເຊື່ອມໂຍງໄປປະເທດໃກ້ຄຽງ ເຮັດໃຫ້ ສປປ ລາວ ເປັນສູນກາງດ້ານການຂົນສົ່ງທາງລາງ ແລະ ເປັນສູນກາງການເຊື່ອມໂຍງເຊື່ອຈອດລະບົບລາງຂອງພາກພື້ນ ອາຊຽນ ກັບ ສປ. ຈີນ ທີ່ປະຢັດຕົ້ນທຶນ ແລະ ເວລາລົງ ຊຶ່ງເປັນຜົນດີໃຫ້ແກ່ຜູ້ປະກອບການທັງ ຈີນ, ລາວ ແລະ ໄທ ກໍຄືຜູ້ປະກອບການໃນພູມິພາກນີ້. ທັງນີ້, ເພື່ອບັນລຸວິໄສທັດຫນຶ່ງແລວຫນຶ່ງເສັ້ນທາງຂອງລັດຖະບານ ສປ. ຈີນ
ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວວ່າ: ໂຄງການເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດ ຈຸດຄຽນຖ່າຍສິນຄ້າ ນວ ເປັນໂຄງການລິເລີ່ມ ແຕ່ປີ 2019 ເປັນຕົ້ນມາ ແລະ ໄດ້ສຳເລັດຕາມຄາດຫມາຍ. ຊຶ່ງລັດຖະບານ ໄດ້ຫັນຍຸດທະສາດປະເທດທີ່ບໍ່ມີທາງອອກທະເລ ກາຍເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດ ການພັດທະນາໂຄງການທາງລົດໄຟ ລາວ-ຈີນ ທາງລົດໄຟ ລາວ-ໄທ ເປັນການກະຕຸກຊຸກຍູ້ເສດຖະກິດຂອງ ສປປ ລາວ ຊຶ່ງໄດ້ຂັບເຄື່ອນການພັດທະນາໃນຫລາຍດ້ານ ຫລາຍຂະແຫນງການທີ່ປິ່ນອ້ອມ ເປັນຕົ້ນການສ້າງວຽກເຮັດງານທຳ, ຍົກລະດັບສີມືວິຊາຊີບໃຫ້ແກ່ຄົນລາວ, ປະກອບສ່ວນການນໍາໃຊ້ວັດສະດຸກໍ່ສ້າງ-ການບໍລິການທີ່ມີຢູ່ລາວ
ນອກຈາກນັ້ນ, ກໍໄດ້ກະຕຸກຊຸກຍູ້ໃຫ້ຂະແຫນງການປິ່ນອ້ອມເຊັ່ນ: ການສ້າງເຂດໂລຈິສະຕິກ ທ່າບົກ, ອຸດສາຫະກໍາໃນເຂດປຸງແຕ່ງ ແລະ ອື່ນໆ. ໂຄງການດັ່ງກ່າວ ແມ່ນຫນຶ່ງໃນໂຄງການບູລິມະສິດ ໃນການສົ່ງເສີມການເຊື່ອມຈອດເຊື່ອມໂຍງການຂົນສົ່ງສິນຄ້າ ເພື່ອຊຸກຍູ້ໃນການຄົມມະນາຄົມຂົນສົ່ງສິນຄ້າ, ການໂດຍສານລະຫວ່າງປະເທດ. ຊຶ່ງຖືວ່າມີຄວາມຫມາຍຢ່າງຍິ່ງເປັນເຫດການປະຫວັດສາດ ທີ່ບໍ່ເຄີຍມີມາກ່ອນ ໃນ ສປປ. ລາວ ແລະ ຂໍຊົມເຊີຍການຮ່ວມມືທັງສອງບໍລິສັດ ແລະ ເຊື່ອຫມັ້ນວ່າ ພາຍຫລັງເປີດການນຳໃຊ້ໂຄງການ ຍິ່ງຈະເປັນການກະຕຸ້ນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງລາວຢ່າງກວ້າງຂວາງ ແລະ ໃຫຍ່ຫລວງກວ່າເກົ່າ. ເພາະການຂົນສົ່ງທາງລາງ ຈະຊ່ວຍການຂົນສົ່ງສິນຄ້າ ເຂົ້າ-ອອກ ສປປ ລາວ ມີລາຄາທີ່ຖືກລົງ ປະຢັດເວລາ ຊຶ່ງຈະເຮັດໃຫ້ຫລາຍຂະແຫນງມີເງື່ອນໄຂພັດທະນາທີ່ດີຂຶ້ນ
ຈາກນັ້ນພິທີ ໄດ້ມີການຕັດແຖບຜ້າເປີດການເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດ ຈຸດຄຽນຖ່າຍສິນຄ້າ ນະຄອນຫລວງວຽງຈັນ ຢ່າງເປັນທາງການ ພ້ອມທັງລັ່ນຄ້ອງ 9 ບາດ ເອົາເລີກເອົາໄຊ ແລະ ຊົມການຄ່ຽນຖ່າຍສິນຄ້າຂື້ນລົດໄຟ ແລະ ໃຫ້ສັນຍານແກ ເພື່ອປ່ອຍຂະບວນລົດໄຟ