STL-90

ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟ ວຽງຈັນ – ທ່າແຂກ

ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ໄດ້ອະນຸຍາດໃຫ້ ບໍລິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ, ໂດຍພິທີເຊັນ ບັນທຶກຄວາມເຂົ້າໃຈ (MOU)  ແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ, ໃນວັນທີ 29 ມິຖຸນາ 2022

ຕາງໜ້າລົງນາມຄັ້ງນີ້ໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ປີໂຕລ້ຽມ ເທຣດດິ້ງ ລາວ ມະຫາຊົນ ທັງເປັນ ຮອງປະທານ ບໍລິສັດວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ຮ່ວມລົງນາມເປັນສັກຂີພິຍານໂດຍທ່ານ ຄຳຜອງ ສົມວິຈິດ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ, ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ; ທ່ານ ນາງ ມະໂນລາ ປະເສີດ ຮອງປະທານຄະນະກຳມະການບໍລິຫານພົວພັນລັດຖະບານ, ທ່ານ ລາສີ ວຽງແກ້ວ ຮອງປະທານຄະນະກຳມະການບໍລິຫານການຄ້າ ແລະ ນິຕະກຳ, ທ່ານ ຈຳປາ ຄຳສຸກໃສ ຮອງປະທານອະສັງຫາລິມະຊັບ ແລະ ການລົງທຶນ, ທ່ານ ປະລິຍາ ນວນທະສິງ ຜູ້ອຳນວຍການຝ່າຍພັດທະນາໂຄງການ, ພ້ອມດ້ວຍຕາງໜ້າການນຳຈາກນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ (LVRP) ເປັນໂຄງການກໍ່ສ້າງທາງລົດໄຟຫົວຈັກໄຟຟ້າຄວາມໄວທີ່ມີມູນຄ່າປະມານ 5 ຕື້ ໂດລາສະຫະລັດ. ໂຄງການດັ່ງກ່າວ ມີໄລຍະທາງທັງໝົດປະມານ 452 ກິໂລແມັດ ແລະ ໄດ້ແບ່ງອອກເປັນ 2 ເສັ້ນທາງລົດໄຟ ກໍຄື ໂຄງການພັດທະນາເສັ້ນທາງລົດໄຟຈາກ ທ່າແຂກ, ແຂວງຄຳມ່ວນ ຫາ ທ່າເຮືອຫວຸ້ງອາງ ຄວາມຍາວ 139,19 ກິໂລແມັດ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ ຄວາມຍາວ 312,81 ກິໂລແມັດ

ການມີທ່າເຮືອນໍ້າເລິກອອກສູ່ທະເລນັ້ນ, ນອກຈາກຈະຊ່ວຍສະໜັບສະໜູນໃຫ້ ສປປ ລາວ ສາມາດນຳເຂົ້າສົ່ງອອກສິນຄ້າສູ່ຕະຫຼາດສາກົນໃນລາຄາທີ່ສົມເຫດສົມຜົນແລ້ວ, ເມື່ອໄດ້ມີການພັດທະນາພື້ນຖານໂຄງລ່າງການຂົນສົ່ງຄວາມໄວສູງ ກໍຄືເສັ້ນທາງລົດໄຟດັ່ງກ່າວ ຈາກທ່າເຮືອ ໄປເຊື່ອມຈອດເຂົ້າກັບ ທາງລົດໄຟລາວ-ຈີນ ທີ່ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ ແລ້ວ, ຈະເປັນຈຸດປ່ຽນຄັ້ງຍິ່ງໃຫຍ່ຂອງເສດຖະກິດລາວ ໂດຍການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked) ແນໃສ່ການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັງຄົມ

ທ່ານ ວຽງຄອນ ສິດທິໄຊ, ຮອງປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ກ່າວວ່າ: ໂຄງການທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ທ່າແຂກ ແຂວງ ຄຳມ່ວນ, ສປປ ລາວ ດັ່ງກ່າວນີ້, ເປັນສ່ວນໜຶ່ງ ຂອງໂຄງການ ສາມແອວ (LLL) ຫຼື ລາວ ໂລຈິດສ໌ຕິກລິ້ງ (Laos Logistics Link) ເຊິ່ງປະກອບມີບັນດາໂຄງການດັ່ງນີ້ຄື: ໂຄງການ ທ່າເຮືອ ຫວຸ້ງອ່າງ (ທ່າເຮືອ ສາກົນ ລາວ-ຫວຽດນາມ), ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ, ໂຄງການ ໂຮງໄຟຟ້າພະລັງງານຄວາມຮ້ອນ ບົວລະພາ ແລະ ໂຄງການ ທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງກຸ່ມທຸລະກິດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ຮັບ ຄວາມໄວ້ວາງໃຈ ຈາກລັດຖະບານລາວ ໃນການລົງທຶນພັດທະນາ, ຈຸດປະສົງກໍ່ເພື່ອ ເພື່ອປະກອບສ່ວນໃນການ ບັນລຸວິໄສທັດຂອງລັດຖະບານ ສປປ ລາວ ແລະ ຍຸດທະສາດການພັດທະນາປະເທດ ວ່າດ້ວຍ ການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked)

ໃນການສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ, ບໍລິສັດຈະໄດ້ວ່າຈ້າງບໍລິສັດທີ່ປຶກສາເອກະລາດ ຈາກພາຍໃນ ແລະ ສາກົນ ສົມທົບກັບ ພາກສ່ວນທີ່ກ່ຽວຂອງລັດຖະບານ ໃນການດໍາເນີນວຽກງານ ເຊິ່ງຄາດວ່າຈະໃຫ້ສຳເລັດ ແລະ ໄດ້ຮັບການຮັບຮອງພາຍໃນ 24 ເດືອນ