ປະຫວັດຄວາມເປັນມາຂອງ ບໍລິສັດ ສິດທິ ໂລຈິສຕິກ ລາວ ຈໍາກັດ

ບໍລິສັດ ສິດທິໂລຈີສຕິກ ລາວ ຈຳກັດ ແມ່ນບໍລິສັດທີ່ນອນໃນກຸ່ມ ພົງສະຫວັນ ເຊິ່ງເປັນກຸ່ມບໍລິສັດເອກະຊົນທີ່ມີປະຫວັດການດໍາເນີນທຸລະກິດມາຫຼາຍກ່ວາ 40 ປີ ເຊິ່ງມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ຈາກຈຸດເລີ້ມຕົ້ນໃນທຸລະກິດຄ້າໄມ້ ເຊິ່ງເກີດຈາກຈຸດປະສົງ ທີ່ຈະສົ່ງມອບຮາກຖານ ທີ່ຢູ່ອາໄສ ອັນເປັນປັດໃຈພື້ນຖານໃນການ ດຳລົງຊີວິດ ໂດຍໄດ້ແຜ່ຂະຫຍາຍໄປສູ່ຫລາກຫລາຍທຸລະກິດ ເພື່ອຕອບສະຫນອງທຸກຄວາມຕ້ອງການ ໃນການດຳລົງຊີວິດ ຂອງປະຊາຊົນ, ບໍ່ວ່າຈະເປັນກຸ່ມທຸລະກິດກໍ່ສ້າງ, ກຸ່ມທຸລະກິດການຄ້າ ປະເພດສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນຄ້າທົ່ວໄປ, ກຸ່ມທຸລະກິດການເງີນ ແລະ ທະນາຄານ, ກຸ່ມທຸລະກິດນໍ້າມັນ ແລະ ເປໂຕຣລຽມ, ກຸ່ມທຸລະກິດຄົມມະນາຄົມ ໂລຈີສຕິກ, ກຸ່ມທຸລະກິດໂທລະຄົມມະນາຄົມ ແລະ ສື່ສານ ລວມທັງກຸ່ມທຸລະກິດແຟຣນຊາຍ ແລະ ອື່ນໆ.

ການດຳເນີນທຸລະກິດທີ່ຫລາກຫລາຍ ແລະ ມີການຊຸກດັນກຳລັງເປັນກຸ່ມທຸລະກິດ ເຮັດໃຫ້ເກີດການປະສານການໃຊ້ຊັບພະຍາກອນພາຍໃນກຸ່ມ ໃຫ້ເກີດປະໂຫຍດສູງສຸດ ທັງເປັນການສະສົມຄວາມຮູ້ ແລະ ປະສົບການ ໃນແຕ່ລະກຸ່ມທຸລະກິດ ຈົນເກີດຄວາມຊຳນານ ພ້ອມທັງ ສົ່ງມອບສິນຄ້າ ແລະ ການບໍລິການ ທີ່ດີທີ່ສຸດ ດ້ວຍການດຳເນີນທຸລະກິດ ຢ່າງມືອາຊີບ, ມີຄຸນນະພາບ ແລະ ຈາລິຍະທຳ ໂດຍຄຳນຶງເຖິງຜົນປະໂຫຍດຂອງຜູ້ມີສ່ວນກ່ຽວຂ້ອງທຸກພາກສ່ວນ ນັບແຕ່ບຸກຄະລາກອນພາຍໃນອົງກອນ, ຜູ້ຖືຮຸ້ນ, ລູກຄ້າ, ພັນທະມິດທາງທຸລະກິດ ໄປເຖິງສັງຄົມ ແລະ ປະເທດຊາດ.

ໂດຍຄໍານືງເຖີງຄວາມສໍາຄັນ ຂອງວຽກງານ ໂລຈີສຕິກ ເຊິ່ງເປັນກຸນແຈສໍາຄັນໃນການຂັບເຄື່ອນເສດຖະກິດຂອງຊາດ ບໍລິສັດ ສິດທິ ໂລຈີສຕິກ ຈື່ງໄດ້ຖືກສ້າງຕັ້ງຂື້ນໃນປີ 2009 ໂດຍມີເປົ້າໝາຍໃນການຜັນຂະຫຍາຍນະໂຍບາຍຂອງລັດຖະບານໃນການຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງພາກພື້ນ ( From land locked to land linked) ໃຫ້ເປັນຮູບປະທຳ. ດັ່ງນັ້ນ ບໍລິສັດ ສິດທິໂລຈີສຕິກ ຈື່ງໄດ້ລົງທືນໃນການຂະຫຍາຍໂຄງຂ່າຍໃນບັນດາປະເທດໄກ້ຄຽງ ແລະ ບັນດາທຸລະກິດທີ່ປີ່ນອ້ອມເພື່ອພັດທະນາລະບົບການບໍລິການ ໂລຈີສຕິກ ໃຫ້ມີຄວາມທັນສະໄໝ ແລະ ສາມາດແຂ່ງຂັນໄດ້.

ປະຕິບັດ ຕາມຍຸດທະສາດ ໂລຈີສຕິກ ຂອງລັດຖະບານ ແຕ່ປີ 2016-2020 ບໍລິສັດ ສິດທິ ໂລຈີສຕິກໄດ້ມີເປົ້າ ໝາຍທີ່ຈະຫັນຕົນເອງ ຈາກການເປັນຜູ້ບໍລິການຂົນສົ່ງທາງບົກສູ່ການບໍລິການ ທາງດ້ານ ໂລຈີສຕິກ ແນໃສ່ອຳນວຍຄວາມສະດວກ ການເຊື່ອມໂຍງດ້ານ ການຄ້າ ແລະ ການຂົນສົ່ງ ເພື່ອໃຫ້ຜູ້ປະກອບການລາວ ສາມາດແຂ່ງຂັນໄດ້ໃນຕະຫຼາດໂລກ.