Website ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ

ປະຫວັດຫຍໍ້ ຂອງບໍລິສັດ

ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ຖືກສ້າງຕັ້ງຂຶ້ນໃນ ປີ 2008 ເພື່ອສະໜັບສະໜູນທຸລະກິດຂອງ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ. ສິດທິ ໂລຈິສຕິກ ເປັນບໍລິສັດໃນເຄືອຂອງ PTL Holding, ເຊິ່ງເປັນໜຶ່ງໃນບໍລິສັດລົງທຶນຊັ້ນນຳຂອງ ສປປ ລາວ. ນອກຈາກຈະມີບໍລິສັດແມ່ດຽວກັນທີ່ປະກອບທຸລະກິດຫຼາກຫຼາຍແລ້ວ, ສິດທິ ໂລຈິສຕິກ ຍັງມີຄວາມສຳພັນກັບກຸ່ມບໍລິສັດ ພົງສະຫວັນ ທີ່ສ້າງຕັ້ງຂຶ້ນແຕ່ ປີ 2011, ບັນດາບໍລິສັດດັ່ງກ່າວວິໄສທັດຮ່ວມກັນຄື ເປັນຜູ້ນຳໃນການຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງພາກພື້ນ, ພ້ອມທັງເພີ່ມປະສິດທິພາບໃນການດຳເນີນງານ ເພື່ອພັດທະນາ ແລະ ປັບປຸງລະບົບໂລຈິສຕິກທີ່ເຊື່ອມໂຍງກັນ.

ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ໃຫ້ບໍລິການຂົນສົ່ງສິນຄ້າບໍລິໂພກຂອງ PTL Holding Group, ລວມທັງຜະລິດຕະພັນນ້ຳມັນ ແລະ ນ້ຳມັນເຊື້ອໄຟຂອງ PetroTrade. ໃນປັດຈຸບັນ, ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ໃຫ້ບໍລິການຂົນສົ່ງພາຍໃນປະເທດດ້ວຍລົດບັນທຸກນ້ຳມັນ 80 ຄັນ ແລະ ບໍລິການຂົນສົ່ງຂ້າມຊາຍແດນດ້ວຍລົດບັນທຸກນ້ຳມັນ 110 ຄັນ.

  • ຊື່ຕຳແໜ່ງ: ພະນັກງານບັນຊີ
  • ຝ່າຍ: ບັນຊີ
  • ລາຍງານຫາ: ຜູ້ຈັດການຝ່າຍບັນຊີ ແລະ ການເງິນ
  • ສະຖານທີ່ປະຈຳການ: ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ, ນະຄອນຫຼວງວຽງຈັນ

ຈຸດປະສົງ:

ພະນັກງານບັນຊີມີໜ້າທີ່ຮັບຜິດຊອບໃນການບໍລິຫານວຽກງານການເງິນຂອງບໍລິສັດສິດທິຮັບຜິດຊອບປະສານງານດ້ານເອກະສານ ແລະ ໃຫ້ການສະໜັບສະໜູນວຽກງານອື່ນໆຂອງຝ່າຍ.

ໜ້າທີ່ຮັບຜິດຊອບ:

  • ເປັນຜູ້ຊ່ວຍໃນການເກັບຮັກສາເອກະສານເຂົ້າໃນຂະບວນການຂອງບັນຊີ, ການສົມທຽບເອກະສານເຄື່ອນໄຫວດ້ານການເງີນ, ຮັກສາ ແລະ ພ້ອມທັງລົງບັນຊີ.
  • ເປັນຜູ້ບໍລິຫານຈັດການໃນໜ້າວຽກບັນຊີປະຈຳວັນປະກອບມີ ບັນຊີໜີ້ຕ້ອງສົ່ງ, ບັນຊີໜີຕ້ອງຮັບ, ບັນຊີທົ່ວໄປ ແລະ ອື່ນໆ (AP, AR, GL etc.)
  • ກວດສອບການບັນທຶກບັນຊີ ລົງໃນໂປຣແກຣມ (ລາຍຮັບ, ລາຍຈ່າຍ, ບັນຊີເງິນສົດ ແລະ ເງິນຝາກ, ຊັບສິນ, ໜີ້ສິນ, ສະຕ໋ອກ ແລະ ອື່ນໆທີ່ກ່ຽວກັບການດຳເນີນທຸລະກິດ.
  • ສ້າງບົດລາຍງານງົບການເງິນປະຈຳເດືອນ(ໃບລາຍງານຜົນການນຳເນີນງານ,ໃບລາຍງານຖານະການເງິນ ຊັບສິນ ແລະ ຫນີ້ສິນ)
  • ສ້າງເອກະສານລາຍງານກ່ຽວກັບການມອບພັນທະອາກອນໃຫ້ພາກລັດ ເຊັ່ນ: ການແຈ້ງເສຍພາສີ, ອາກອນມູນຄ່າເພີມ ແລະ ອາກອນເງິນເດືອນ ແລະ ພັນທະອາກອນປະເພດອຶ່ນໆ ຂອງບໍລິສັດ ເພື່ອລາຍງານຕໍ່ພາກລັດ.
  • ຊ່ວຍກວດກາຄວບຄຸ້ມງົບປະມານລາຍຈ່າຍບໍ່ໃຫ້ເກີນແຜນງົບປະມານ.
  • ຮັບຜິດຊອບມີສ່ວນຮ່ວມໃນການປິດບັນຊີທ້າຍເດືອນ ແລະ ເປັນຜູ້ຊ່ວຍທົ່ວໄປກ່ຽວກັບວຽກບໍລິຫານ.
  • ປະຕິບັດວຽກງານບັນຊີອື່ນໆຕາມແຜນ ແລະ ການຊີ້ນຳຂອງຫົວໜ້າ.

ເງື່່ອນໄຂການສະໝັກ:

  • ຈົບການສຶກສາລະດັບປະລິນຍາຕີສາຂາການເງິນ ຫຼື ສາຍທີ່ກ່ຽວຂ້ອງ.
  • ມີປະສົບການຢ່າງໜ້ອຍ 2 ປີຂື້ນໄປດ້ານບັນຊີ.
  • ສາມາດນໍາໃຊ້ຄອມພິວເຕີ້ໄດ້ເປັນຢ່າງດີ.
  • ເຮັດວຽກຮ່ວມກັນເປັນທີມ ແລະ ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ເປັນຢ່າງດີ.
  • ມີຄວາມກະຕືລືລົ້ນ ແລະ ພະຍາຍາມສູງໃນການເຮັດວຽກ.

ປິດຮັບສະໝັກ: ວັນທີ 01 ກໍລະກົດ 2025
ທ່ານໃດສົນໃຈ ສາມາດສົ່ງເອກະສານສະໝັກງານ (CV) ມາທີ່ອີເມວ: hr@sitthilogistics.com

To apply for this job email your details to to.sitthilogistics@gmail.com