STL-104

ສິດທິ ໂລຈິດສຕິກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້

ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ ແລະ ເປັນຜູ້ອໍານວຍການ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈໍາກັດ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ (China-South Asia Expo) ຄັ້ງທີ 8 ຈັດຂຶ້ນວັນທີ 23-28 ກໍລະກົດ 2024 ທີ່ນະຄອນຄຸນໝິງ ສປ ຈີນ
 
 
ຈຸດປະສົງຂອງງານດັ່ງກ່າວ ເພື່ອເປັນການເຊື່ອມໂຍງ ແລະ ພັດທະນາຜັນຂະຫຍາຍໂຄງການໜຶ່ງແລວ ໜຶ່ງເສັ້ນທາງ ເຊື່ອມໂຍງຈີນສູ່ບັນດາປະເທດອາຊີ ແລະ ຍົກສູງຜັນຂະຫຍາຍດ້ານການຮ່ວມມືກັບບັນດາປະເທດທີ່ເຂົ້າຮ່ວມໂຄງການໜຶ່ງແລວໜຶ່ງເສັ້ນທາງ
 
 
ໃນໂອກາດທີ່ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ Ding ZhongLi ຮອງປະທານສະພາປະຊາຊົນແຫ່ງຊາດ ເຈົ້າແຂວງຢຸນໜານ ສປ ຈີນ ພ້ອມດ້ວຍບັນດາຄະນະນຳຂອງປະ ເທດອາຊີຕາເວັນອອກສຽງໃຕ້ ແລະ ປະເທດອາຊີໃຕ້ເຂົ້າຮ່ວມ ໂອກາດດັ່ງກ່າວ ຄະນະໄດ້ຢ້ຽມຊົມ ບູດວາງສະແດງຂອງກຸ່ມບໍລິສັດ PTL holding ໂດຍໄດ້ຮັບຟັງການລາຍງານຂອງ ທ່ານ ວຽງຄອນ ສິດທິໄຊ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ປະເທດລາວເປັນປະເທດທີ່ບໍ່ມີທາງອອກສຸ່ທະເລ ດັ່ງນັ້ນລັດຖະບານລາວຈຶ່ງໄດ້ມອບໃຫ້ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ສ້າງທ່າເຮືອທາງບົກຂຶ້ນ ນັ້ນກໍຄື ທ່າບົກ ທ່ານາແລ້ງ ຂຶ້ນຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຊິ່ງ ທ່າບົກ ແຫ່ງນີ້ໄດ້ກາຍເປັນຈຸດເຊື່ອມຕໍ່ທາງບົກທີ່ສຳຄັນໄປຍັງບັນດາປະເທດໃນອາຊຽນ ຈີນ ແລະ ເອີລົບ ເພື່ອສ້າງຄວາມສະດວກໃນການຂົນສົ່ງສິນຄ້າໄປຍັງບັນດາປະເທດຕ່າງໆໃນໂລກ ຜ່ານເສັ້ນທາງລົດໄຟທີ່ຈະເຮັດໃຫ້ປະຍັດເວລາການເດີນທາງ ແລະ ຫຼຸດຕົ້ນທຶນການຂົນສົ່ງສິນຄ້າ.
 
ງານວາງສະແດງສິນຄ້າຄັ້ງນີ້ຈັດຂຶ້ນເປັນເວລາ 6 ວັນ ເຊິ່ງມີບັນດາຫົວໜ່ວຍທຸລະກິດຕ່າງໆ ໄດ້ນໍາເອົາສິນຄ້າຂອງຕົນເຂົ້າຮ່ວມວາງສະແດງພາຍໃນງານຫຼາຍກວ່າ 2.000 ບູດ ແລະ ງານຄັ້ງນີ້ກໍຖືເປັນໂອກາດດີສຳລັບທຸລະກິດໃນລາວເຮົາເພື່ອຊອກຫາຊ່ອງທາງ ແລະ ຄູ່ຮ່ວມມືການຄ້າກັບພາກທຸລະກິດຂອງຕ່າງປະເທດ ໂດຍສະເພາະພາກທຸລະກິດຈີນ ແລະ ອາຊີອາຕາເວັນອອກສຽງໃຕ້ ຖືໂອກາດການເຂົ້າຮ່ວມງານວາງສະແດງສິນຄ້າຄັ້ງນີ້ ແຈ້ງໃຫ້ນັກທຸລະກິດທົ່ວພາກພື້ນຊາບວ່າການບໍລິການດ້ານໂລຊິດສະຕິກ ຜ່ານລາວນັ້ນໃຫ້ໃຊ້ເສັ້ນທາງການຂົນສົ່ງທີ່ໃຊ້ຕົ້ນທຶນຕ່ຳ ຄືນັບຕັ້ງແຕ່ລົດໄຟລາວ-ຈີນ ເຊິ່ງຈະມາເຊື່ອມຕໍ່ກັບລົດ ໄຟລາວ-ໄທ ທີ່ ທ່ານາແລ້ງ ເລີ່ມເປີດໃຫ້ບໍລິການເດືອນທັນວາ 2021 ຜູ້ນຳເຂົ້າ ແລະ ສົ່ງອອກ ສິນຄ້າໄດ້ຮັບປະໂຫຍດຈາກຕົ້ນທຶນດ້ານ ໂລຊິດສະຕິກ ທີ່ຫຼຸດລົງຫຼາຍ