ເພື່ອມອບເຄື່ອງຊ່ວຍເຫຼືອ ແກ່ເດັກນັກຮຽນພິເສດ ທີ່ມີຄວາມບົກຜ່ອງ ຫລື ພິການ ການເບິ່ງເຫັນ
ໃນວັນເສົາ, ວັນທີ 30 ກໍລະກົດ 2022 ທີ່ຜ່ານມາ, ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ, ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ບໍລິສັດ ທ່າບົກ ທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ຈັດ “ກິດຈະກຳຊ່ວຍເຫຼືອສັງຄົມ ປະຈຳປີ 2022”
ທີ່ “ໂຮງຮຽນ ສຶກສາ ພິເສດ”, ບ້ານ ໜອງໜ້ຽວ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ເພື່ອມອບເຄື່ອງຊ່ວຍເຫຼືອ ແກ່ເດັກນັກຮຽນພິເສດ ທີ່ມີຄວາມບົກຜ່ອງ ຫລື ພິການ ການເບິ່ງເຫັນ, ການໄດ້ຍິນ ແລະ ການເວົ້າ ທີ່ຢູ່ກຳລັງຢູ່ໃນໄວຮຽນພິເສດ ດ້ວຍການຮຽນ, ການກິນ, ການຢູ່ ແລະ ການນອນ ພາຍໃນໂຮງຮຽນ ທີ່ໄດ້ຮັບການຊ່ວຍເຫຼືອຈາກຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ພາຍນອກປະເທດ ທີ່ຍັງຂາດເຂີນ ທັງງົບປະມານ ແລະ ອຸປະກອນອຳນວຍຄວາມສະດວກຫຼາຍຢ່າງ.
ເປັນກຽດການເຂົ້າມອບໃນຄັ້ງນີ້ ແມ່ນ “ທ່ານ ວຽງຄອນ ສິດທິໄຊ”, ຜູ້ອຳນວຍການ ບໍລິສັດ ພ້ອມດ້ວຍຄະນະ ຜູ້ບໍລິຫານລະດັບສູງ, ຜູ້ຈັດການ ແລະ ພະນັກງານ ເຊິ່ງປະກອບມີ ຊຸດໂຕະຕັ່ງນັກຮຽນ ຈຳນວນ 15 ຊຸດ, ຊຸດໂຕະຕັ່ງຕູອາຈານ 5 ຊຸດ, ຈັກຕັດຫຍ້າ, ຜ້າຫົ່ມ, ມຸ້ງ, ອຸປະກອນການຮຽນ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ອື່ນໆ ອີກຫລາກຫລາຍ ໃຫ້ໂຮງຮຽນ ແລະ ນັກຮຽນ ພິເສດ.
ເປັນກຽດເຂົ້າຮັບໃນຄັ້ງນີ້ ແມ່ນ ທ່ານ ນາງ ລີປ່າເອ້ຍ ບົວປາວ, ຮອງຫົວໜ້າພະແນກສຶກສາ, ທ່ານ ຄຳໄພ ສ້ອຍສຸວັນ, ຜູ້ອຳນວຍການ ໂຮງຮຽນ ສຶກສາ ຄົນພິການ, ຄະນະຄູອາຈານ ແລະ ນັກຮຽນ ດ້ວຍການຕ້ອນຮັບຢ່າງມີກຽດ ແລະ ອົບອຸ່ນ.
ລວມມູນຄ່າ 66,000,000 ລ້ານກີບ
ເຊິ່ງສົບທົບຈາກ ບໍລິສັດ ຂວັນໃຈ ການຄ້າ ຂາເຂົ້າ – ຂາອອກ ຈຳກັດ, ບໍລິສັດ ເປໂຕລ້ຽມ ເທຣດດິງ ລາວ ມະຫາຊົນ ແລະ ບໍລິສັດ ຫຼື ຫົວໜ່ວຍທຸລະກິດໃນເຄືອ.
ນອກຈາກນັ້ນ, ທ່ານ ວຽງຄອນ ສິດທິໄຊ ຍັງໄດ້ຢ້ຽມຊົມຫ້ອງຮຽນ ສຳລັບໃຊ້ການຮຽນ – ການສອນ ເຊິ່ງເຫັນວ່າ ຍັງມີການຂາດອຸປະກອນ ແລະ ເຄື່ອງໄມ້ເຄື່ອງມື ລວມທັງໂຮງອາຫານ ຂອງນັກຮຽນພິເສດ ເຫັນວ່າ ຍັງບໍ່ພຽງພໍ ເຊິ່ງ ທ່ານກໍໄດ້ຝຫ້ຄຳແນະນຳ ເພື່ອປະກອບສ່ວນງົບປະມານຕື່ມອີກ ຊ່ວຍເຫຼືອໃນສິ່ງທີ່ຍັງຂາດ ເພື່ອໃຫ້ນ້ອງໆນັກຮຽນພິເສດ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ມີຄວາມ ກິນດີ, ຢູ່ດີ, ໄດ້ຮັບການສຶກສາຮຳ່ຮຽນທີ່ດີ ເພື່ອສາມາດມີວິຊາຊີບ ແລະ ຊ່ວຍເຫຼືອຕົວເອງໄດ້ໃນອະນາຄົດ.
ມອບຜ້າອັດປາກ ເພື່ອປ້ອງກັນການລະບາດຂອງເຊື້ອ COVID-19 ໃຫ້ແກ່ອົງການກາແດງລາວ
ໃນວັນທີ 5 ພຶດສະພາ 2020 ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ໄດ້ນຳຜ້າປິດປາກ ຈຳນວນ 10,800 ອັນ ມູນຄ່າ 48,600,000 ກີບ ມອບໃຫ້ແກ່ອົງການກາແດງລາວ ເພື່ອຕ້ານການແຜ່ລະບາດ ຂອງເຊື້ອໄວຣັດ ໂຄວິດ-19 ມອບໂດຍ ທ່ານ ຈັນທະລາ ແກ້ວວັນທອງ ຜູ້ຕາງໜ້າບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ຮັບໂດຍ ທ່ານ ຮສ. ດຮ ສິງ ເມໂນລາດ ຮອງປະທານອົງການກາແດງລາວ
ບໍລິຈາກຜ້າປິດປາກ-ດັງ ໃຫ້ແກ່ໂຮງໝໍ 103
ການລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID-19) ທີ່ກຳລັງແຜ່ລະບາດ ແລະ ມີຕົວເລກຜູ້ຕິດເຊື້ອ-ເສຍຊີວິດ ເປັນຈຳນວນຫລວງຫຼາຍໃນທົ່ວໂລກ.
ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈຳກັດ ເຫັນໄດ້ເຖີງຄວາມຈໍາເປັນ ແລະ ຮີບດ່ວນ ຂອງການປ້ອງກັນຄວບຄຸມສະກັດກັັ້ນການແຜ່ລະບາດຂອງພະຍາດ ຕາມນະໂຍບາຍ ລັດຖະບານ, ໂດຍແນວທາງ ແລະ ເຈດຈໍານົງຂອງ ຜູ້ບໍລິຫານຂອງ ບໍລິສັດ ທີ່ຍາມໃດກໍມີຄວາມຕັ້ງໃຈຢ່າງສູງ ທີ່ຈະເປັນສ່ວນໜື່ງໃນການ ແບ່ງເບົາພາລະຕໍ່ສັງຄົມ ກໍຄືປະເທດຊາດ.
ໃນວັນທີ່ 26 ມີນາ 2020 ຕ່າງໜ້າໃຫ້ ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈຳກັດ ໄດ້ນໍາເອົາເຄື່ອງ ອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດ (ຜ້າອັດປາກ-ດັງ) ໄດ້ມາມອບໃຫ້ໂຮງໝໍ 103 ນະຄອນຫຼວງວຽງຈັນ ຄິດເປັນມູນຄ່າ 8,500,000 ກີບ