ໂຄງການທາງລົດໄຟລາວ-ຈີນ ສໍາເລັດເກືອບ 80%

ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ທີ່ມີຄວາມຍາວທັງໝົດ 414 ກິໂລແມັດ ມີຄວາມຄືບໜ້າເປັນຢ່າງດີ ແລະ ສຳເລັດແລ້ວ 78,2% ທຽບໃສ່ແຜນການ.ທ່ານ ແທ່ນຄຳ ທອງບົນ ຮັກສາການຫົວໜ້າ ຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ໄດ້ລາຍງານຕໍ່ນັກຂ່າວໜັງສືພິມ ວຽງຈັນທາຍ ໃນວັນສຸກທີ່ຜ່ານມາວ່າ: ອີງຕາມບົດລາຍງານຂອງຄະນະຄຸ້ມຄອງໂຄງການທາງລົດໄຟ ລາວ-ຈີນໃນເດືອນຜ່ານມາ ວຽກທັງໝົດທີ່ສຳເລັດໄປນັ້ນແມ່ນກ່ຽວກັບໂຍທາທິການ ເຊັ່ນ:ກໍ່ສ້າງອຸບມົງ, ທາງຍົກລະດັບ ແລະ ຂົວ

ທ່ານ ແທ່ນຄຳ ກ່າວຕື່ມວ່າ: ຫຼັງຈາກວຽກໂຍທາສຳເລັດ ຈາກນັ້ນກໍ່ຈະດຳເນີນການຕິດຕັ້ງລາງລົດໄຟ, ລະບົບໄຟຟ້າ, ລະບົບຄວບຄຸມ ແລະ ສິ່ງອໍານວຍຄວາມສະດວກ, ເຊິ່ງວຽກເຫຼົ່ານີ້ນອນຢູ່ໃນສັນຍາຕ່າງຫາກ, ໂຄງການທາງລົດໄຟລາວ-ຈີນໄດ້ເລີ່ມການກໍ່ສ້າງແຕ່ ປີ 2015, ເຊິ່ງມີມູນຄ່າທັງໝົດ 5,986 ຕື້ໂດລາສະຫະລັດອາເມລິກາ ຫຼື 37,4 ຕື້ຢວນF ໂຄງການດັ່ງກ່າວນີ້ຈະສຳເລັດຕາມແຜນ ຫຼື ບໍ່ນັ້ນ ສ່ວນໜຶ່ງຂຶ້ນກັບການມອບພື້ນທີ່ກໍ່ສ້າງໃຫ້ຜູ້ດໍາເນີນໂຄງການ ເຊັ່ນ: ບໍລິສັດທາງລົດໄຟ ເພື່ອສ້າງແລວທາງລົດໄຟ ແລະ ສະຖານີ.

ທ່ານ ແທ່ນຄຳ ກ່າວອີກວ່າ: ລັດຖະບານໄດ້ມອບພື້ນທີ່ໃຫ້ບໍລິສັດທາງລົດໄຟ ໄປແລ້ວ 98,5% ຍັງເຫຼືອປະມານ 2% ຫຼື 11ຈຸດ, ເຊິ່ງມີທັງຈຸດນ້ອຍ ແລະ ໃຫຍ່ ທີ່ນອນໃນເຂດໂຄງການ. ປະຈຸບັນ, ທາງຄະນະກໍາມະການຄຸ້ມຄອງທີ່ກ່ຽວຂ້ອງກໍາລັງຂຸ້ນຂ້ຽວໄກ່ເກ່ຍເພື່ອຊົດເຊີຍໃຫ້ຜູ້ຖືກກະທົບ, ແຂວງ ຫຼວງນໍ້າທາ ແລະ ອຸດົມໄຊ ໄດ້ສຳເລັດແລ້ວໃນການມອບພື້ນທີ່ 100%ໃຫ້ໂຄງການ, ສ່ວນຢູ່ແຂວງ ຫຼວງພະບາງ ຍັງເຫຼືອຈຸດດຽວ ຢູ່ເຂດ ບົ່ມອໍ້. ຕາມແຜນການຂອງໂຄງການແລ້ວແມ່ນ ຈະສ້າງສະຖານີຢູ່ເຂດນີ້ ຕ້ອງໄດ້ຍ້າຍປະຊາຊົນອອກຈາກເຂດກໍ່ສ້າງ ທາງຄະນະຮັບຜິດຊອບກໍາລັງດຳເນີນການຢູ່.

ສ່ວນແຂວງ ວຽງຈັນ ແລະ ນະຄອນຫຼວງ ວຽງຈັນ ແມ່ນຍັງຄ້າງຄາຫຼາຍຈຸດ. ແຂວງ ວຽງຈັນມີປະມານ 4 ຫາ 5 ຈຸດ. ນະຄອນຫຼວງວຽງຈັນ ມີຢູ່ຫຼາຍບ້ານຂອງເມືອງ ໄຊທານີ ເຊັ່ນ: ໜອງພະຍາ, ນາທົ່ມ, ໜອງວຽງຄຳ, ດອນໜູນ, ໄຊ ແລະ ດົງສ້າງຫີນ ແຕ່ວ່າຍັງບ່ອນລະນ້ອຍ, ທ່ານກ່າວຕື່ມອີກວ່າ: ເຖິງວ່າຍັງບໍ່ຫຼາຍແຕ່ວ່າຍາກຫຼາຍ ຍ້ອນວ່າປະຊາຊົນຜູ້ທີ່ຖືກະທົບຈຳນວນໜຶ່ງຍັງບໍ່ເຂົ້າໃຈນຳລະບຽບ, ຢາກໄດ້ການຊົດເຊີຍຫຼາຍເກີນຄວາມເປັນຈິງ.

ການຊົດເຊີຍມີ 3 ປະເພດຄື: ດິນ, ອາຄານ ແລະ ຜົນລະປູກ ແຕ່ລະຢ່າງມີຫົວໜ່ວຍລາຄາແຕກຕ່າງກັນ.
ທ່ານ ແທ່ນຄໍາ ເວົ້າວ່າ: ຫົວໜ່ວຍລາຄານີ້ ບາງຄົນບໍ່ຢາກຍອມຮັບ ແຕ່ຈະເອົາຕາມໃຈບຸກຄົນແມ່ນບໍ່ໄດ້. ກ່ອນຫົວໜ່ວຍລາຄາຈະຖືກຮັບຮອງເອົາເປັນນິຕິກໍາ ແມ່ນໄດ້ມີການປຶກສາກັນຜ່ານຫຼາຍຂັ້ນຕອນຈາກສະພາປະຊາຊົນນະຄອນຫຼວງ, ສະພາປະຊາຊົນແຂວງ ແລະ ຄະນະກໍາມະການຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງ ແລະ ຕ້ອງເປັນເອກະພາບກັນໃນການຈັດຕັ້ງປະຕິບັດ.