STL-28

ເລີ່ມກໍ່ສ້າງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຊີດສະຕິກ ຄົບວົງຈອນແຫ່ງທຳອິດຂອງລາວ

ຕໍ່ໄປປະເທດເຮົາຈະມີສູນໂລຈິສສະຕິກຄົບວົງຈອນເປັນແຫ່ງທຳອິດ ຮອງຮັບການຂົນສົ່ງສິນຄ້າຈຳນວນຫຼາຍ ເປັນໜຶ່ງໃນໂຄງການປະກອນສ່ວນແກ່ນະໂຍບາຍສ້າງປະເທດລາວຈາກບໍ່ມີເສັ້ນທາງອອກສູ່ທະເລໃຫ້ກາຍເປັນປະເທດທາງຜ່ານຢ່າງແທ້ຈີງ ໂດຍໃນວັນທີ 03 ກໍລະກົດ 2020 ໄດ້ມີພິທີວາງສີລາລຶກໂຄງການພັດທະນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຊີດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າໂດຍ ກະຊວງແຜນການ ການລົງທືນ ແລະ ບໍລິສັດ ວຽງຈັນ ໂລຈິສສະຕິກ ພາກ ຈຳກັດ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ, ທ່ານ ສາດສະດາຈານ ປອ. ອ໊ອດ ພົງສະຫວັນ (ຜູ້ກໍ່ຕັ້ງ ແລະ ປະທານທີ່ປຶກສາກິດຕິມະສັກ ກຸ່ມບໍລິສັດ ພົງສະຫວັນ), ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈໍາກັດ. ນອກນີ້ຍັງມີຜູ້ຕາງໜ້າຈາກຂະເເໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ຄະນະບໍລິສັດ ກໍ່ໄດ້ເຂົ້າຮ່ວມ.

ໂຄງການພັດທະນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຊີດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນດັ່ງກ່າວນີ້ ເປັນໂຄງການພັດທະນາເຂດໂລຊິດສະຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 2 ອົງປະກອບຫຼັກມາໄວ້ຈຸດດຽວກັນ ເພື່ອສ້າງເງຶ່ອນໄຂຮອງຮັບການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ເກີດປະໂຫຍດສູງສຸດ ເຊິ່ງໃຫ້ບໍລິການດ້ານໂລຊີດສະຕິດທີ່ເປັນລະບົບທັນສະໄໝ ຮອງຮັບການຂົນສົ່ງຫຼາຍຮູບແບບການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງລົດໄຟ.

ທັງເປັນຈຸດສຸມ ສະເພາະກິດຈະການສ້າງມູນຄ່າເພີ່ມເຊັ່ນ:ພື້ນທີ່ບໍລິການສູນໂລຊິດສະຕິກ ເຊິ່ງບັນດາຜູ້ປະກອບການດໍາເນີນທຸລະກິດ ສາມາດເຄຶ່ອນໄຫວທຸລະກິດຂົນສົ່ງ, ໂລຈິສສະຕິກ ແລະ ການແຈກຢາຍສິນຄ້າທັງຜ່ານແດນພາຍໃນ ແລະ ຜ່ານແດນສາກົນ, ພື້ນທີ່ປອດພາສີສໍາລັບການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາລໍຖ້າການນໍາເຂົ້າ-ສົ່ງອອກ ລວມທັງສູນສົ່ງເສີມການຄ້າສາກົນ, ພື້ນທີ່ຈັດເກັບສິນຄ້າປະເພດທາດແຫຼວ (Tank Farm), ພື້ນທີ່ສູນສົ່ງເສີມການຄ້າສາກົນ, ພື້ນທີ່ການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາ ລໍຖ້າການນໍາເຂົ້າ-ສົ່ງອອກ, ພື້ນທີ່ສາງເຢັນ. ສໍາລັບສິນຄ້າປະເພດເນື້ອສັດ, ໝາກໄມ້ ແລະ ພືດຜັກ, ສູນບໍລິການສົ່ງອອກຂອງ SME ແລະ ອື່ນໆ.

ໂຄງການດັ່ງກ່າວເປັນໂຄງການການທີ່ຮ່ວມກັບລັດຖະບານ ສ ປປ ລາວ ພາຍໃຕ້ຮູບແບບ BOT (Built Operate and Transfer) ໂດຍມີອາຍຸສໍາປະທານ 50 ປີ, ເເມ່ນຮູບເເບບໜື່ງໃນການຮ່ວມທືນພັດທະນາລະຫວ່າງລັດກັບຄູ່ຮ່ວມມື (PPP) ຊື່ງກະຊວງການເງີນໄດ້ຮັບມອບໝາຍໃຫ້ຖືຮຸ້ນໃນນາມຂອງລັດຖະບານ ສປປ ລາວ.

ໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຊີດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດບ້ານດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດປະມານ 200 ເຮັກຕາ (ເບື້ອງຕົ້ນ), ມູນຄ່າການລົງທືນຂອງໂຄງການທັງໝົດ ປະມານ 727 ລ້ານໂລດາສະຫາລັດ ແລະ ການກໍ່ສ້າງຈະແບ່ງອອກເປັນ 3 ໄລຍະ ຊື່ງໄລຍະທໍາອິດຈະສໍາເລັດໃນ 12-14 ເດືອນ.

ພາຍຫຼັງໂຄງການດັ່ງກ່າວສ້າງສໍາເລັດ ສປປລາວ ຈະມີໂຄງລ່າງທີ່ທັນສະໄໝຄົບຊຸດສໍາລັບການເຊຶ່ອມຈອດລະບົບຂົນສົ່ງຫຼາຍຮູບແບບລະດັບສາກົນ, ທາງບົກ, ທາງລົດໄຟ ແລະ ທາງທະເລ ຍົກລະດັບຂີດຄວາມສາມາດແຂ່ງຂັນໃຫ້ແກ່ວຽກງານຂົນສົ່ງໂລຊິດສະຕິກ ກໍ່ຄືອໍານວຍຄວາມສະດວກທາງການຄ້າ ໃຫ້ແກ່ ສປປ ລາວ.