STL-25

ແຕ່ງຕັ້ງສະພາບໍລິຫານ ແລະ ຜູ້ອໍານວຍການໃຫຍ່ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ

ຕອນແລງວັນທີ 22 ທັນວາ 2020 ທີ່ຫ້ອງປະຊຸມໃໃຫຍ່, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ຈັດພິທີປະກາດການແຕ່ງຕັ້ງຄະນະສະພາບໍລິຫານ ແລະ ຄະນະຜູ້ອຳນວຍການ ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ -ຫວຽດນາມ ຂຶ້ນຢ່າງເປັນທາງການ.

ໃຫ້ກຽດເຂົ້າຮ່ວມໃນພິທີປະກາດການແຕ່ງຕັ້ງຄັ້ງນີ້ມີ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຄະນະກຳມາທິການ ຮ່ວມມືລາວ – ຫວຽດນາມ, ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວ ໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ອະດີດຮອງລັດຖະມົນຕີ ກະຊວງການເງິນ, ທີ່ປຶກສາອາວຸໂສ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈໍາກັດ, ບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມກະຊວງທີ່ກ່ຽວຂ້ອງ, ທ່ານ ປະສົມເພັດ ຄໍາຕັນ ປະທານສະພາບໍລິຫານ, ທ່ານ ຈັນທອນ ສິດທິໄຊ ປະທານກຸ່ມບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ທັງເປັນຮອງປະທານສະພາບໍລິຫານ ພ້ອມດ້ວຍບັນດາທ່ານຄະນະສະພາບໍລິຫານ, ຄະນະຜູ້ອຳນວຍການ ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ, ທ່ານຜູ້ບໍລິຫານບັນດາບໍລິສັດໃນເຄືອ ແລະ ບໍລິສັດ ອ້ອມຂ້າງລວມທັງໝົດ 50 ກວ່າທ່ານ.

ໃນພິທີ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ແລະ ຂອງປະທານ ບໍລິສັດປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ວ່າດ້ວຍການແຕ່ງຕັ້ງຄະນະສະພາບໍລິຫານ ແລະ ຄະນະຜູ້ອຳນວຍການລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ.

ຜູ້ເຂົ້າຮ່ວມພິທີປະກາດການແຕ່ງຕັ້ງໄດ້ຮັບຟັງການໂອ້ລົມຈາກ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍໃນການປະກອບສ່ວນທັງເຫື່ອແຮງ ແລະ ສະຕິປັນຍາຂອງທຸກພາກສ່ວນທີ່ກ່ຽວຂ້ອງເຮັດໃຫ້ລັດວິສາຫະກິດພັດທະນາທ່າເຮືອ ຫວຸ້ງອ່າງ ລາວ – ຫວຽດນາມ ໄດ້ຮັບການ ຮັບຮອງ ແລະ ອະນຸມັດຈາກລັດຖະບານໃຫ້ດຳເນີນທຸລະກິດຢ່າງເປັນທາງການ. ພ້ອມກັນນັ້ນ, ທ່ານກໍໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຄະນະສະພາບໍລິຫານ ແລະ ຄະນະຜູ້ອໍານວຍການ 2 ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກລັດຖະບານ ແລະ ກຸ່ມບໍລິສັດ ປີໂຕຣລ້ຽມເທຣດ ດິ້ງລາວ ມະຫາຊົນ ໃຫ້ເປັນແກນນໍາຫຼັກໃນການຂັບເຄື່ອນການດຳເນີນທຸລະກິດ ຂອງລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມໃນຄັ້ງນີ້.

 

ທ່ານຍັງໄດ້ກ່າວວ່າ: ນີ້ເປັນພຽງຜົນສໍາເລັດໃນເບື້ອງຕົ້ນຂອງການສ້າງຕັ້ງລັດວິສາຫະກິດ ແລະ ແຕ່ງຕັ້ງຄະນະຜູ້ບໍລິຫານຂອງແຕ່ລະຝ່າຍ ເຊິ່ງໃນຕໍ່ໄປບັນດາທ່ານທີ່ຖືກແຕ່ງຕັ້ງຈະຕ້ອງໄດ້ປຶກສາຫາລືກັນ ເພື່ອວາງແຜນຍຸດທະສາດໃນການດຳເນີນທຸລະກິດ ແລະ ຫັນແຜນຍຸດທະສາດໃຫ້ເປັນແຜນການອັນລະອຽດ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.

ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານຄະນະ ສະພາບໍລິຫານ, ຄະນະຜູ້ອຳນວຍການ ແລະ ພະນັກງານຂອງລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ໃຫ້ທຸ່ມເທສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ທີ່ຖືກມອບໝາຍໃຫ້ປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.

ທ່ານ ສີລາ ວຽງແກ້ວ ທີ່ປຶກສາອາວຸໂສ ໄດ້ຕາງໜ້າຄະນະສະພາບໍລິຫານ ແລະ ຄະນະຜູ້ອໍານວຍການ ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ຂຶ້ນມີຄໍາເຫັນ ເຊິ່ງມີບາງຕອນທ່ານໄດ້ກ່າວວ່າ: ໂດຍປະຕິບັດຕາມເຈຕະນາລົມຂອງສອງພັກ ແລະ ສອງລັດຖະບານລາວ ແລະ ຫວຽດນາມ ແລະ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍສັນຍາ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ ວ່າດ້ວຍການຮ່ວມມືພັດທະນາທ່າທຽບເຮືອ 1, 2 ແລະ 3 ຂອງທ່າເຮືອຫວຸ້ງອ່າງ, ລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍການເຫັນດີຂອງລັດຖະບານ ແຫ່ງ ສປປ ລາວ ໃນວັນທີ 26 ກຸມພາ 2019 ໃບທະບຽນວິສາຫະກິດເລກທີ 0269/ຈທວ ແລະ ໃບອະນຸຍາດດໍາເນີນທຸລະກິດ ເລກທີ 13088/ຍທຂ.ກຜຮ ລົງວັນທີ 10 ມິຖຸນາ 2019 ໂດຍມີຈຸດປະສົງເພື່ອພັດທະນາ ທ່າເຮືອຫວຸ້ງອ່າງ ໃຫ້ກາຍເປັນທ່າເຮືອນໍ້າເລິກ ສາມາດຂົນສົ່ງສິນຄ້າແບບເທກອງ ແລະ ຕູ້ຄອນເທັນເນີ, ບໍລິການໄດ້ທັງເຮືອບັນທຸກຂະໜາດນ້ອຍ 5.000 ໂຕນ ແລະ ຈົນເຖິງຂະໜາດໃຫຍ່ 100.000 ໂຕນ, ຮອງຮັບການບໍລິການຕູ້ຄອນເທັນເນີຈາກເດີມ 50.000 ຕູ້ ໃຫ້ໄດ້ເຖິງ 1.200.000 ຕູ້ ສໍາລັບສິນຄ້າເທກອງຈາກເດີມ 3 ລ້ານໂຕນ ໃຫ້ໄດ້ 20 ລ້ານໂຕນໃນປີ 2030.

ລັດວິສາຫະກິດ ພັດທະນາທ່າເຮືອ ຫວຸ້ງອ່າງ ລາວ – ຫວຽດນາມ ມີໂຄງປະກອບຄືການຮ່ວມພັດທະນາລະຫວ່າງ ລັດ ແລະ ເອກະຊົນສັດສ່ວນການຖືຮຸ້ນ 51% – 49% ກໍຄືກະຊວງການເງິນ ຕາງໜ້າໃຫ້ລັດຖະບານລາວ ຖືຮຸ້ນ 51%, ເອກະຊົນ ຕາງໜ້າໂດຍ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຖືຮຸ້ນ 49% ໂດຍໄລຍະການຮ່ວມມື 50 ປີ ສາມາດສືບຕໍ່ໄດ້ຕາມການເຫັນດີຂອງທັງສອງຝ່າຍ.

 

ທ່ານ ຈັນທອນ ສິດທິໄຊ ປະທານກຸ່ມບໍລິສັດ ປີໂຕຣລ້ຽມເທຣດດິິ້ງລາວ ມະຫາຊົນ ທັງເປັນຮອງປະທານສະພາບໍລິຫານ ແລະ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ໄດ້ມີຄໍາເຫັນລາຍງານຫຍໍ້ກ່ຽວກັບແຜນການພັດທະນາທ່າເຮືອ ຫວຸ້ງອ່າງ ລາວ – ຫວຽດນາມ ໂດຍມີບາງຕອນທ່ານໄດ້ກ່າວວ່າ: ໂຄງການທ່າເຮືອຫວຸ້ງອ່າງ ເປັນທ່າເຮືອນໍ້າເລິກທີ່ມີຄວາມສໍາຄັນຫຼາຍທີ່ສຸດໃນການເຊື່ອມໂຍງການຄ້າໃນພູມີພາກ ແລະ ເປັນການຕອບສະໜອງນະໂຍບາຍຂອງລັດຖະບານ ສປປ ລາວ ເຮັດໃຫ້ ສປປ ລາວ ມີເສັ້ນທາງອອກສູ່ທະເລ, ກາຍເປັນທາງຜ່ານ ແລະ ຈຸດເຊື່ອມຕໍ່ໃນການຂົນສົ່ງເພື່ອຜົນປະໂຫຍດລວມຂອງພູມີພາກ. ການລົງທຶນໃນການພັດທະນາທ່າເຮືອຫວຸ້ງອ່າງ ລາວ – ຫວຽດນາມ ເປັນການລົງທຶນໃນໄລຍະຍາວລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດເອກະຊົນ ທີ່ມີເຈົ້າຂອງເປັນຄົນລາວກໍຄື “ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ” ເຊິ່ງຈະຮອງຮັບໃຫ້ແກ່ການຂັບເຄື່ອນເສດຖະກິດ, ປະກອບເປັນອີກທ່າແຮງໜຶ່ງໃນການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ ຢ່າງມີປະສິດທິຜົນສູງ.

ທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຮ່ວມກັບຄະນະສະພາບໍລິຫານ ແລະ ຄະນະຜູ້ອໍານວຍການທຸກທ່ານທຸ່ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນການບໍລິຫານ, ຄຸ້ມຄອງ ແລະ ຂັບເຄື່ອນການດໍາເນີນທຸລະກິດຂອງລັດວິສາຫະກິດໃຫ້ດໍາເນີນໄປຕາມລະບຽບກົດໝາຍ, ຕາມເຈຕະນາລົມຂອງລັດຖະບານທັງສອງປະເທດ ແລະ ຕາມແຜນຍຸດທະສາດການດໍາເນີນທຸລະກິດ ຂອງລັດວິສາຫະກິດທີ່ໄດ້ວາງໄວ້