ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຢູ່ຫລວງນໍ້າທາ

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນໍ້າທາໄດ້ລາຍງານວ່າ ປີ 2020 ຈະເລີ່ມວາງລາງລົດໄຟ ແລະ ຄາດວ່າຈະຕິດຕັ້ງລະບົບໄຟຟ້າໃຫ້ສຳເລັດປີ2021.

ປະຈຸບັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຈຸດຜ່ານແຂວງຫລວງນໍ້າທາມີຄວາມຄືບໜ້າຢ່າງຕໍ່ເນື່ອງເປັນຕົ້ນແມ່ນການເຈາະອຸມົງ, ການກໍ່ສ້າງເສົາຂົ ແລະ ຈະເລີ້ມວາງຂາງຂົວໃນເດືອນພະຈິກຈະມາເຖິງນີ້ຄາດວ່າທ້າຍປີນີ້ຈະສຳເລັດໜ້າວຽກພື້ນຖານໂຄງລ່າງດ້ານຕ່າງໆໂດຍພື້ນຖານ.

ທ່ານຈັນທະຈອນ ແກ້ວລະຄອນ ຫົວໜ້າປະສານງານໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຂວງຫລວງນໍ້າທາໃຫ້ສຳພາດຕໍ່ຊື່ມວນຊົນໃນໄລຍະບໍ່ດົນມານີ້ວ່າ ໂຄງການກໍ່ສ້າງທາງລົດໄຟຟ້າລາວ-ຈີນຈຸດຜ່ານແຂວງຫລວງນໍ້າທາໂດຍລວມແລ້ວແມ່ນສຳເລັດຕາມແຜນທີ່ວາງໄວ້ ເປັນຕົ້ນແມ່ນການກໍ່ສ້າງພື້ນຖານໂຄງລ່າງ ການຜະລິດຂາງຂົວ ການມອບເນື້ອທີ່ຕາມແລວທາງໃຫ້ບໍລິສັດ ແລະ ອື່ນໆ ຊຶ່ງວັນທີ 5-6 ເດືອນພະຈິກທີ່ຈະມາເຖິງນີ້ແມ່ນຈະເລີ້ມວາງຂາງຂົວ.

ສ່ວນການກໍ່ສ້າງເສົາຂົວແມ່ນສຳເລັດໝົດແລ້ວ ຄິດວ່າທ້າຍປີ 2019 ຈະສຳເລັດການວາງຂາງຂົວ, ສ່ວນປີ 2020 ຈະເລີ້ມວາງລາງລົດໄຟ ແລະ ປີ 2021 ຈະເລີ້ມຕິດຕັ້ງລະບົບໄຟຟ້າເພື່ອນຳໃຊ້ເຂົ້າໃນລະບວນລົດໄຟ.

ການກໍ່ສ້າງໄລຍະຜ່ານມາມີບັນຫາໜ້ອຍໜຶ່ງຢູ່ເຂດຊາຍແດນລາວ-ຈີນ ເມື່ອເຈາະອຸໂມງໄປປະມານ 1,300 ແມັດ ໄດ້ໄປພົບບໍ່ເກືອຈຳເປັນຕ້ອງໄດ້ຄົ້ນຄົ້ວອອກແບບໃໝ່ ແລະ ຕ້ອງໄດ້ສັ່ງວັດສະດຸແບບພິເສດ ເພາະເກືອກັບເຫຼັກມັນບໍ່ເຂົ້າກັນ ຈຶ່ງເຮັດໃຫ້ໜ້າວຽກຢູ່ຈຸດດັ່ງກ່າວພັກໄປ 3 ເດືອນ ແລະ ປະຈຸບັນນີ້ການກໍ່ສ້າງແມ່ນປົກກະຕິແລ້ວ.

ທ່ານຈັນທະຈອນ ແກ້ວລະຄອນ ໄດ້ກ່າວຕື່ມວ່າ ອີກວ່າສຳລັບວຽກງານທົດແທນ ຫຼື ຄ່າຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການຈຳນວນ 4 ບ້ານ ລວມ 300 ກວ່າຄອບຄົວໄດ້ເບີກຈ່າຍສຳເລັດແລ້ວ 5 ງວດ ມູນຄ່າຫຼາຍກວ່າ 92 ຕື້ກີບ ກວມເອົາຫຼາຍກວ່າ 50 ສ່ວນຮ້ອຍ ແລະ ຄາດວ່າຈະເບີກຈ່າຍງວດທີ 6 ໃນໄວໆນີ້.

ທີ່ມາຂອງຂ່າວ: ວຽງຈັນທາມ