STL-2025006

ປະກອບສ່ວນອຸປະຖຳ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI

ໃນວັນທີ 19 ກັນຍາ 2025 ທີ່ຜ່ານມາ, ກຸ່ມບໍລິສັດ ສິດທິໂລຈິສຕິກ ລາວ ຈຳກັດ, ບໍລິສັດ ທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ແລະ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ໄດ້ປະກອບສ່ວນອຸປະຖຳ ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI ມູນຄ່າ 300,000,000 ກີບ

ມອບໂດຍ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ກຸ່ມບໍລິສັດ ສິດທິໂລຈິສຕິກ ລາວ ຈຳກັດ, ທ່ານ ສີລາ ວຽງແກ້ວ ປະທານ ສະພາບໍລິຫານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ທ່ານ ນາງ ມະໂນລາ ປະເສີດ ຮອງ ປະທານກຳມະທິການພົວພັນພາກລັດ, ບໍລິສັດ ພິທີແອວ ໂຮນດີ້ງ ຈໍາກັດ ແລະ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ

ຕາງໜ້າກ່າວຮັບ ໂດຍ ທ່ານເຫຼັກໄຫຼ ສີວິໄລ ກຳມະການສູນກາງ, ຄະນະເລຂາພັກ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ

STL-2025004

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ

ນະຄອນຫຼວງວຽງຈັນ, ສປປ ລາວ, 10 ເມສາ 2025 – ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ YCH ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືທາງຍຸດທະສາດສຳຄັນ ກ່ຽວກັບການຂົນສົ່ງຂ້າມແດນຂອງສິນຄ້າກະສິກໍາລະຫວ່າງພາກພື້ນອາຊີຕາເວັນອອກຕາເວັນອອກສຽງໃຕ້ ແລະ ສປ ຈີນ.
 
ໂດຍພິທີລົງນາມຈັດຂຶ້ນທີ່ນະຄອນຫຼວງວຽງຈັນ; ໃນພິທີຄັ້ງນີ້ມີບຸກຄົນສຳຄັນເຂົ້າຮ່ວມໄດ້ແກ່: ທ່ານ ວຽງຄອນ ສິດທິໄຊ, ຮອງປະທານບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ; ທ່ານ ນາງ ມະນີວອນ ສິດທິໄຊ, ຮອງປະທານບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC); ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ດ່ານພາສີທ່າບົກທ່ານາແລ້ງ (TDP); ແລະ Dr. Yap Kwong Weng, ຜູ້ອຳນວຍການຂອງ Vietnam SuperPort™ ແລະ ຫົວໜ້າຝ່າຍຍຸດທະສາດ, ຄວາມຍືນຍົງ ແລະ ການສື່ສານ ຂອງອົງກອນກຸ່ມບໍລິສັດ YCH ພ້ອມທັງຜູ້ແທນລະດັບສູງຈາກທັງສອງຝ່າຍ.
 
ຄວາມຮ່ວມມືຄັ້ງນີ້ຖືເປັນບາດກ້າວສຳຄັນໃນການເສີມສ້າງຄວາມເຊື່ອມໂຍງທາງດ້ານເສດຖະກິດໃນພູມິພາກ ພ້ອມວາງຮາກຖານລະບົບໂລຈິດສຕິກທີ່ທັນສະໄໝ ແລະ ຍືນຍົງສຳລັບອະນາຄົດ.
ຂໍ້ຕົກລົງຄັ້ງນີ້ຖືເປັນຈຸດເລີ່ມຕົ້ນຂອງຄວາມຮ່ວມມືເຊີງຍຸດທະສາດທີ່ສຳຄັນໃນການຜັກດັນການເຊື່ອມໂຍງລະບົບໂສ້ອຸປະທານໃນພູມິພາກອາຊຽນ, ໂດຍເລີ່ມຕົ້ນຈາກການຂົນສົ່ງຜະລິດຕະພັນໝາກໄມ້ສົດຈາກປະເທດໄທໄປສູ່ ສປ ຈີນ ຜ່ານປະເທດລາວຢ່າງມີປະສິດທິພາບ. ສຳລັບອະນາຄົດ ຄວາມຮ່ວມມືຄັ້ງນີ້ຍັງມີແຜນກຽມທີ່ຈະໃຊ້ປະໂຫຍດຈາກສູນໂລຈິດສຕິກ Vietnam SuperPort™ ໃນແຂວງ Vinh Phuc ຂະໜາດ 83 ເຮັກຕາ ເປັນສູນກາງຂົນສົ່ງຫຼາຍຮູບແບບ (multimodal logistics hub). ສູນນີ້ພັດທະນາຂຶ້ນໂດຍການຮ່ວມມືກັນລະຫວ່າງ ກຸ່ມບໍລິສັດ YCH ແລະ T&T Group ໂດຍສູນໂລຈິດສຕິກແຫ່ງນີ້ມີບົດບາດສຳຄັນໃນຖານະປະຕູຫຼັກໃນການເຊື່ອມໂຍງລະຫວ່າງປະເທດຈີນ ແລະ ປະເທດຕ່າງໆໃນອາຊຽນ ຮັບຮອງເຄືອຂ່າຍການຂົນສົ່ງທັງການຂົນສົ່ງທາງອາກາດ, ທາງເຮືອ, ທາງລົດ ແລະ ທາງລົດໄຟ ແບບຕໍ່ເນື່ອງ.
 
ຄວາມຮ່ວມມືໃນຄັ້ງນີ້ເກີດຂຶ້ນໃນເວລາທີ່ການຄ້າດ້ານກະສິກໍາລະຫວ່າງປະເທດຈີນ ແລະ ປະເທດສະມາຊິກອາຊຽນ ມີແນວໂນ້ມຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນເປັນຜົນມາຈາກຄວາມຕ້ອງການສິນຄ້າກະສິກຳທີ່ເພີ່ມຂຶ້ນຂອງຜູ້ບໍລິໂພກຊາວຈີນ. ນອກຈາກນີ້, ຂໍ້ຕົກລົງການຄ້າເສລີພາຍໃນພູມິພາກເຊັ່ນ: ເຂດການຄ້າເສລີອາຊຽນ-ຈີນ (ASEAN-China Free Trade Area – ACFTA) ຍັງມີບົດບາດສຳຄັນໃນການສົ່ງເສີມການແລກປ່ຽນຜະລິດຕະພັນກະສິກໍາໃນພາຍໃນພູມິພາກອີກດ້ວຍ ພາຍໃຕ້ການຮຽກເກັບພາສີນຳເຂົ້າຊຸດໃຫມ່ຈາກສະຫະລັດທີ່ໄດ້ຖືກກໍານົດໄວ້.
 
ເນື່ອງຈາກ ສິນຄ້າກະເສດຈຳນວນຫຼາຍມີລັກສະນະທີ່ເນົ່າເສຍໄດ້ງ່າຍ, ການຮັກສາຄວາມສົດໃນຕະຫຼອດຂະບວນການຂົນສົ່ງຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ. ທາງ ກຸ່ມບໍລິສັດ YCH ຈະນໍາໃຊ້ເຕັກໂນໂລຊີຕ່ອງໂສ້ຄວາມເຢັນ ຄວບຄຸມດ້ວຍລະບົບຕິດຕາມອຸນຫະພູມແບບເວລາຈິງ ແລະ ການຕິດຕາມສິນຄ້າແບບທັນສະໄໝ ເພື່ອຮັກສາຄຸນນະພາບຂອງສິນຄ້າ ແລະ ຫຼຸດຜ່ອນການເນົ່າເສຍໃຫ້ໄດ້ຫຼາຍທີ່ສຸດ. ເຕັກໂນໂລຊີເຫຼົ່ານີ້ຈະຊ່ວຍໃຫ້ການຂົນສົ່ງສິນຄ້າທີ່ເນົ່າໄດ້ງ່າຍມີຄວາມປອດໄພ ມີປະສິດທິພາບ ແລະ ສອດຄ່ອງກັບມາດຕະຖານຄຸນນະພາບໃນລະດັບສູງສຸດ.
 
“ຄວາມຮ່ວມມືຂອງພວກເຮົາກັບ ກຸ່ມບໍລິສັດ YCH ມີບົດບາດສຳຄັນໃນການສົ່ງເສີມການຂົນສົ່ງ ຂອງຜະລິດຕະພັນໝາກໄມ້ ແລະ ຜັກສົດລະຫວ່າງປະເທດໄທ, ລາວ, ຈີນ ແລະ ປະເທດອື່ນໆ ໃຫ້ເປັນໄປຢ່າງຄ່ອງແຄ້ວ, ທ່ານ ນາງ ມະນີວອນ ສິດທິໄຊ ຮອງປະທານຂອງ ບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໄດ້ກ່າວວ່າ “ຂໍ້ຕົກລົງສະບັບນີ້ເປັນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນຂອງພວກເຮົາໃນການສົ່ງມອບສິນຄ້າທີ່ມີຄຸນນະພາບສູງໃຫ້ແກ່ຜູ້ບໍລິໂພກຢ່າງວ່ອງໄວ ແລະ ຢູ່ໃນສະພາບທີ່ດີທີ່ສຸດ.”
 
Dr. Yap Kwong Weng, ຜູ້ອຳນວຍການຂອງ Vietnam SuperPort™ ແລະ ຫົວໜ້າຝ່າຍຍຸດທະສາດ, ຄວາມຍືນຍົງ ແລະ ການສື່ສານອົງກອນຂອງ ກຸ່ມບໍລິສັດ YCH ໄດ້ກ່າວວ່າ:
“ຄວາມຮ່ວມມືຄັ້ງນີ້ຈະນຳມາຊຶ່ງຜົນປະໂຫຍດຫຼາຍຂຶ້ນໃຫ້ທັງຜູ້ຜະລິດ ແລະ ຜູ້ບໍລິໂພກໃນພູມິພາກ ດ້ວຍການສ້າງເຄືອຂ່າຍໂລຈິດສຕິກທີ່ແຂງແຮງຂຶ້ນ ຊ່ວຍຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງ. ດ້ວຍສັກກາຍະພາບດ້ານໂລຈິດສຕິກ ຫຼາຍຮູບແບບ ແລະ ຊັບພະຍາກອນຍຸດທະສາດໃນພູມິພາກນີ້. ພວກເຮົາມຸ່ງໝັ້ນທີ່ຈະຍົກລະດັບມາດຕະຖານໃໝ່ສໍາລັບການຂົນສົ່ງຂ້າມແດນຂອງສິນຄ້າກະສິກໍາສົດ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນຕະຫຼາດອາຊຽນ ແລະ ຈີນ.”
ຄວານຮ່ວມມືດ້ານຍຸດທະສາດລະຫວ່າງ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ YCH ສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນໃນການພັດທະນາຍົກລະດັບຄວາມເຊື່ອມໂຍງພາຍໃນພູມິພາກ ແລະ ພ້ອມເປີດທາງໃຫ້ກັບຄວາມຮ່ວມມືເພີ່ມຕື່ມໃນອະນາຄົດ ທີ່ຈະພັດທະນາສົ່ງເສີມເສດຖະກິດຢ່າງເລິກເຊິ່ງ ແລະ ເປີດໂອກາດໃໝ່ໃຫ້ກັບການຄ້າຂ້າມແດນໃນກຸ່ມຜະລິດຕະພັນກະສິກໍາ
 

ກ່ຽວກັບບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ

ຕະຫຼອດເວລາກວ່າ 15 ປີທີ່ຜ່ານມາ, ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ໄດ້ມີບົດບາດສຳຄັນໃນການຜັກດັນໃຫ້ ສປປ ລາວ ກ້າວສູ່ການເປັນສູນກາງດ້ານໂລຈິດສຕິກຂອງພູມິພາກ. ກໍ່ຕັ້ງຂຶ້ນໃນປີ 2009 ໂດຍເລີ່ມຕົ້ນຈາກການເປັນໜ່ວຍງານຂົນສົ່ງນ້ຳມັນ ພາຍໃຕ້ບໍລິສັດ ພິໂຕຣລ້ຽມ ເທຣດດິ້ງ ລາວ ຈຳກັດ ມະຫາຊົນ (PTL), ຫຼັງຈາກນັ້ນໄດ້ພັດທະນາມາສູ່ການເປັນຜູ້ໃຫ້ບໍລິການໂລຈິດສຕິກຄົບວົງຈອນ ເຊື່ອມໂຍງອາຊຽນ ແລະ ປະເທດຕ່າງໆໄດ້ຢ່າງຕໍ່ເນື່ອງ.
ພາຍໃຕ້ການສະໜັບສະໜູນຂອງ PTL Holding ແລະ ກຸ່ມບໍລິສັດພົງສະຫວັນ, ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ເປັນແຮງຂັບເຄື່ອນໃນການປ່ຽນແປງຂອງລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມໂຍງພາຍໃນພູມມິພາກ ຜ່ານນະວັດຕະກຳ, ຄວາມເປັນເລີດດ້ານການດຳເນີນງານ ແລະ ການລົງທຶນຢ່າງມີຍຸດທະສາດ. ດ້ວຍເຄືອຂ່າຍທີ່ແຂງແຮງໃນລາວ, ໄທ, ຫວຽດນາມ ແລະ ຈີນ, ບໍລິສັດມີບົດບາດສຳຄັນໃນການອຳນວຍຄວາມສະດວກໃນການຄ້າລະຫວ່າງປະເທດ.
 
ການລົງທຶນໃນໂຄງສ້າງພື້ນຖານຂະໜາດໃຫຍ່ເຊັ່ນ ສວນໂລຈິດສຕິກນະຄອນຫຼວງ (Vientiane Logistics Park – VLP) ແລະ ດ່ານພາສີທ່າບົກທ່ານາແລ້ງ (Thanaleng Dry Port – TDP) ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນພັດທະນາໂຄງສ້າງພື້ນຖານ ແລະ ການຂະຫຍາຍການຄ້າຢ່າງຍືນຍົງ ບໍ່ພຽງແຕ່ເປັນຜູ້ໃຫ້ບໍລິການດ້ານໂລຈິດສຕິກ, ຊິດທິໂລຈິດສຕິກ ແມ່ນພາກສ່ວນທາງຍຸດທະສາດ ທີ່ມີບົດບາດໃນການສົ່ງມອບຂະບວນການຫ່ວງໂສ້ງອຸປະທານທີ່ປອດໄພ, ມີປະສິດທິພາບ ແລະ ພ້ອມດ້ວຍນະວັດຕະກຳ
 

ກ່ຽວກັບບໍລິສັດ ດ່ານພາສີທ່າບົກທ່ານາແລ້ງ ຈຳກັດ

ດ່ານພາສີທ່າບົກທ່ານາແລ້ງ ແມ່ນດ່ານພົ້ນພາສີທາງບົກລະດັບຊັ້ນທີ່ 1 ຂອງ ສປປ ລາວ ແລະ ແມ່ນ 1 ໃນ 9 ດ່ານພົ້ນພາສີ ທີ່ມີ “ຄວາມສຳຄັນລະຫວ່າງປະເທດ” ທີ່ໄດ້ຮັບການອະນຸມັດຕາມຂໍ້ຕົກລົງລະຫວ່າງລັດຖະບານວ່າດ້ວຍດ່ານພົ້ນພາສີ ຂອງອົງການ UNESCAP. ດ່ານພົ້ນພາສີນີ້ມີທີ່ຕັ້ງຫ່າງຈາກຂົວມິດຕະພາບ(ຂົວຂ້າມແມ່ນ້ຳຂອງ)ແຫ່ງທຳອິດພຽງ 1 ກິໂລແມັດເທົ່ານັ້ນ. ດ່ານພາສີທ່າບົກທ່ານາແລ້ງ ເປັນສ່ວນໜຶ່ງຂອງໂຄງການສວນໂລຈິດສຕິກນະຄອນຫຼວງ ຊຶ່ງເປັນໂຄງການຍຸດທະສາດຫຼັກລະດັບປະເທດທີ່ມີເປົ້າໝາຍໃນການບັນລຸຍຸດທະສາດໂລຈິດສຕິກແຫ່ງຊາດ ໂດຍມຸ່ງໜ້າປ່ຽນສະຖານະຂອງປະເທດຈາກປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາຍນອກ. ໂຄງການນີ້ເລີ່ມຕົ້ນຈາກການສຶກສາຄວາມເປັນໄປໄດ້ໂດຍອົງການ JICA ຈາກປະເທດຍີ່ປຸ່ນ ແລະ ຕໍ່ມາໄດ້ດຳເນີນໂດຍ Royal Haskoning ຈາກປະເທດເນເທີແລນ ກ່ອນຈະໄດ້ຮັບການອະນຸມັດຈາກລັດຖະບານ ສປປ ລາວ ໃນປີ 2020.

ກ່ຽວກັບບໍລິສັດ ຂວັນໃຈ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC)

ບໍລິສັດ ຂວັນໃຈ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC) ເປັນຜູ້ນຳດ້ານການຈຳໜ່າຍສິນຄ້າອຸປະໂພກແບບບໍ່ໄດ້ຜ່ານການຜະລິດ (FMCG) ຊັ້ນນຳ ທີ່ໃຫ້ບໍລິການຄົບວົງຈອນ ສໍາລັບການຂະຫຍາຍຕະຫຼາດໃນ ສປປ ລາວ ແລະ ລະຫວ່າງປະເທດ. ດ້ວຍປະສົບການທາງທຸລະກິດຫຼາຍກວ່າ 20 ປີ KCC ແມ່ນພາກສ່ວນຜູ້ຈັດຈຳໜ່າຍຜູ້ດຽວໃຫ້ກັບແບຣນລະດັບໂລກ ໃນໝວດໝູ່ຕ່າງໆ ເຊັ່ນ: ຜະລິດຕະພັນດ້ານການດູແລສ່ວນບຸກຄົນ, ສິນຄ້າດູແລເດັກນ້ອຍ, ຄວາມງາມ ແລະ ເຄື່ອງສໍາອາງ, ອາຫານ ແລະ ສິນຄ້າແຊ່ເຢັນ. ນອກຈາກນັ້ນ KCC ຍັງໄດ້ຂະຫຍາຍທຸລະກິດຢ່າງຕໍ່ເນື່ອງ ໂດຍຄວບຄຸມການຄ້າລະຫວ່າງປະເທດ ສິນຄ້າກະສິກຳ ແລະ ໝາກໄມ້ສົດ ໃນ ສປປ ລາວ, ປະເທດໄທ, ຈີນ ແລະ ພູມິພາກອື່ນໆ.
 

ກ່ຽວກັບ ກຸ່ມບໍລິສັດ YCH

ກຸ່ມບໍລິສັດ YCH ແມ່ນຜູ້ນໍາດ້ານຂະບວນການໂສ້ອຸປະທານແບບຄົບວົງຈອນ ທີ່ກໍ່ຕັ້ງຂຶ້ນ ແລະເຕີບໂຕໃນປະເທດສິງກະໂປ ແລະ ໄດ້ເປັນພາກສ່ວນສຳຄັນທີ່ໄວ້ວາງໃຈຂອງບໍລິສັດຊັ້ນນຳຂອງໂລກ ແລະ ແບຣນທີ່ຜູ້ຄົນນິຍົມໃຊ້ ໃນຫຼາຍກວ່າ 100 ເມືອງທົ່ວພູມິພາກອາຊີປາຊີຟິກ. YCH ມຸ່ງເນັ້ນໃນການເພີ່ມປະສິດຕິພາບ ແລະ ຄວາມຍືນຍົງໃຫ້ກັບລູກຄ້າ ຜ່ານການໃຊ້ເທັກໂນໂລຊີທີ່ເປັນກຳມະສິດຂອງບໍລິສັດທີ່ໄດ້ຮັບລາງວັນໃນລະດັບນານາຊາດ ນຳໃຊ້ໃນຫຼາກຫຼາຍອຸດສາຫະກຳ ເຊັ່ນ: ສິນຄ້າອຸປະໂພກທີ່ບໍ່ໄດ້ຜ່ານການຜະລິດ (FMCG), ເອເລັກໂທຣນິກ, ສານເຄມີ ແລະ ສາທາລະນະສຸກ, ໂລຈິສຕິກແບບຄວາມເຢັນ ແລະ e-Commerce. ໃນຖານະທີ່ເປັນຜູ້ນຳດ້ານນະວັດຕະກຳ YCH ໄດ້ຮັບການຮັບຮອງໃນແນວທາງ 7PL™(ຊຶ່ງເປັນທັງຜູ້ໃຫ້ບໍລິການ ແລະ ເປັນຜູ້ດຳເນີນງານ) ປະສານລະຫວ່າງກົນລະຍຸດຫ່ວງໂສ້ອຸປະທານເຂົ້າກັບການດຳເນີນງານໄດ້ຢ່າງບໍ່ມີທີ່ຕຳໜິ ຖືເປັນການຍົກລະດັບມາດຕະຖານໃຫມ່ຂອງອຸດສາຫະໂລຈິດສຕິກຢ່າງແທ້ຈິງ.

ກ່ຽວກັບ Vietnam SuperPort™

Vietnam SuperPort™ ແມ່ນທ່າເຮືອໂລຈິດສຕິກຫລາຍຮູບແບບ (Multimodal Logistics Port) ຂະໜາດ 83 ເຮັກຕາ ທີ່ຕັ້ງຢູ່ໃນແຂວງວິງຟຸກ (Vinh Phuc) ຂອງປະເທດຫວຽດນາມ ໂດຍເປັນພັດທະນະໃນຮູບແບບການຮ່ວມລົງທຶນລະຫວ່າງ ກຸ່ມບໍລິສັດ T&T ແລະ ກຸ່ມບໍລິສັດ YCH ຈາກສິງກະໂປ. ດ້ວຍວິໄສທັດທີ່ຈະເປັນສູນກາງໂລຈິດສຕິກຫຼາຍຮູບແບບແຫ່ງທຳອິດໃນພູມິພາກອາຊີຕາເວັນອອກສຽງໃຕ້ ທີ່ປ່ອຍກາກບອນເປັນສູນ (Net-Zero) (ມຸ່ງສູ່ການເປັນສູນກາງໂລຈິດສຕິກທີ່ເປັນມິດຕໍ່ສິ່ງແວດລ້ອມໃນທຸກໆຂະບວນການ). ໂຄງການນີ້ໄດ້ຮວມເອົາພະລັງງານສະອາດ ແລະ ເທັກໂນໂລຊີທັນສະໄຫມ ເພື່ອຍົກລະດັບການເຊື່ອມໂຍງຫ່ວງໂສ້ອຸປະທານຂອງຫວຽດນາມສູ່ລະດັບໂລກ ລົດຄ່າໃຊ້ຈ່າຍດ້ານຂົນສົ່ງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານການຄ້າຂອງປະເທດ
STL-104

ສິດທິ ໂລຈິດສຕິກ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊີຕາເວັນອອກສຽງໃຕ້

ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈໍາກັດ ແລະ ເປັນຜູ້ອໍານວຍການ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈໍາກັດ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ (China-South Asia Expo) ຄັ້ງທີ 8 ຈັດຂຶ້ນວັນທີ 23-28 ກໍລະກົດ 2024 ທີ່ນະຄອນຄຸນໝິງ ສປ ຈີນ
 
 
ຈຸດປະສົງຂອງງານດັ່ງກ່າວ ເພື່ອເປັນການເຊື່ອມໂຍງ ແລະ ພັດທະນາຜັນຂະຫຍາຍໂຄງການໜຶ່ງແລວ ໜຶ່ງເສັ້ນທາງ ເຊື່ອມໂຍງຈີນສູ່ບັນດາປະເທດອາຊີ ແລະ ຍົກສູງຜັນຂະຫຍາຍດ້ານການຮ່ວມມືກັບບັນດາປະເທດທີ່ເຂົ້າຮ່ວມໂຄງການໜຶ່ງແລວໜຶ່ງເສັ້ນທາງ
 
 
ໃນໂອກາດທີ່ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ Ding ZhongLi ຮອງປະທານສະພາປະຊາຊົນແຫ່ງຊາດ ເຈົ້າແຂວງຢຸນໜານ ສປ ຈີນ ພ້ອມດ້ວຍບັນດາຄະນະນຳຂອງປະ ເທດອາຊີຕາເວັນອອກສຽງໃຕ້ ແລະ ປະເທດອາຊີໃຕ້ເຂົ້າຮ່ວມ ໂອກາດດັ່ງກ່າວ ຄະນະໄດ້ຢ້ຽມຊົມ ບູດວາງສະແດງຂອງກຸ່ມບໍລິສັດ PTL holding ໂດຍໄດ້ຮັບຟັງການລາຍງານຂອງ ທ່ານ ວຽງຄອນ ສິດທິໄຊ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ: ປະເທດລາວເປັນປະເທດທີ່ບໍ່ມີທາງອອກສຸ່ທະເລ ດັ່ງນັ້ນລັດຖະບານລາວຈຶ່ງໄດ້ມອບໃຫ້ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ສ້າງທ່າເຮືອທາງບົກຂຶ້ນ ນັ້ນກໍຄື ທ່າບົກ ທ່ານາແລ້ງ ຂຶ້ນຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເຊິ່ງ ທ່າບົກ ແຫ່ງນີ້ໄດ້ກາຍເປັນຈຸດເຊື່ອມຕໍ່ທາງບົກທີ່ສຳຄັນໄປຍັງບັນດາປະເທດໃນອາຊຽນ ຈີນ ແລະ ເອີລົບ ເພື່ອສ້າງຄວາມສະດວກໃນການຂົນສົ່ງສິນຄ້າໄປຍັງບັນດາປະເທດຕ່າງໆໃນໂລກ ຜ່ານເສັ້ນທາງລົດໄຟທີ່ຈະເຮັດໃຫ້ປະຍັດເວລາການເດີນທາງ ແລະ ຫຼຸດຕົ້ນທຶນການຂົນສົ່ງສິນຄ້າ.
 
ງານວາງສະແດງສິນຄ້າຄັ້ງນີ້ຈັດຂຶ້ນເປັນເວລາ 6 ວັນ ເຊິ່ງມີບັນດາຫົວໜ່ວຍທຸລະກິດຕ່າງໆ ໄດ້ນໍາເອົາສິນຄ້າຂອງຕົນເຂົ້າຮ່ວມວາງສະແດງພາຍໃນງານຫຼາຍກວ່າ 2.000 ບູດ ແລະ ງານຄັ້ງນີ້ກໍຖືເປັນໂອກາດດີສຳລັບທຸລະກິດໃນລາວເຮົາເພື່ອຊອກຫາຊ່ອງທາງ ແລະ ຄູ່ຮ່ວມມືການຄ້າກັບພາກທຸລະກິດຂອງຕ່າງປະເທດ ໂດຍສະເພາະພາກທຸລະກິດຈີນ ແລະ ອາຊີອາຕາເວັນອອກສຽງໃຕ້ ຖືໂອກາດການເຂົ້າຮ່ວມງານວາງສະແດງສິນຄ້າຄັ້ງນີ້ ແຈ້ງໃຫ້ນັກທຸລະກິດທົ່ວພາກພື້ນຊາບວ່າການບໍລິການດ້ານໂລຊິດສະຕິກ ຜ່ານລາວນັ້ນໃຫ້ໃຊ້ເສັ້ນທາງການຂົນສົ່ງທີ່ໃຊ້ຕົ້ນທຶນຕ່ຳ ຄືນັບຕັ້ງແຕ່ລົດໄຟລາວ-ຈີນ ເຊິ່ງຈະມາເຊື່ອມຕໍ່ກັບລົດ ໄຟລາວ-ໄທ ທີ່ ທ່ານາແລ້ງ ເລີ່ມເປີດໃຫ້ບໍລິການເດືອນທັນວາ 2021 ຜູ້ນຳເຂົ້າ ແລະ ສົ່ງອອກ ສິນຄ້າໄດ້ຮັບປະໂຫຍດຈາກຕົ້ນທຶນດ້ານ ໂລຊິດສະຕິກ ທີ່ຫຼຸດລົງຫຼາຍ
STL-98

ການແຂ່ງຂັນບານເຕະມິດຕະພາບລະຫວ່າງ ສິດທິ ໂລຈິດສຕິກ ກັບ ກົມປູກຝັງ

ໃນວັນທີ 07/12/2023 ເວລາ 16:00 ໂມງ, ການແຂ່ງຂັນບານເຕະມິດຕະພາບແມ່ນໄດ້ຈັດຂື້ນເພື່ອສ້າງຄວາມສໍາພັນ ແລະ ສ້າງຄວາມມ່ວນຊື່ນສໍາລັບຜູ້ເຂົ້າຮ່ວມ, ການແຂ່ງຂັນບານເຕະມິດຕະພາບລະຫວ່າງ ສິດທິ ໂລຈິດສຕິກ ກັບ ກົມປູກຝັງ ເປັນກິດຈະກໍາທີ່ສ້າງຄວາມສໍາພັນ, ດັ່ງນັ້ນການແຂ່ງຂັນບານເຕະມິດຕະພາບແມ່ນກິດຈະກໍາທີ່ມີປະໂຫຍດບໍ່ພຽງແຕ່ສໍາລັບສຸຂະພາບທາງດ້ານຮ່າງກາຍເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມຄວາມສໍາພັນ ແລະ ຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມ

ການເຄືອນໄຫວຂອງກົມສົ່ງເສີມການລົງທຶນ

  • ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016
  • ອິງຕາມ ດໍາລັດວ່າດ້ວຍການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ, ສະບັບເລກທີ 642/ລບ, ລົງວັນທີ 21 ທັນວາ 2020
  • ອິງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄືອນໄຫວຂອງກົມສົ່ງເສີມການລົງທຶນ ສະບັບເລກທີ 0979/ກຜທ ລົງວັນທີ 25 ມິຖຸນາ 2023
  • ອີງຕາມ ໜັງສືສະເໜີຂອງບໍລິສັດ Green City Developers ໄປ ສະບັບລົງວັນທີ 24 ພຶດສະພາ 2023

ຫ້ອງການບໍລິການ ການລົງທຶນປະຕຸດຽວ, ກົມສົ່ງເສີມການລົງທຶນ (ກລທ) ຂໍຖືເປັນກຽດຮຽນເຊີນ:

  1. ຜູ້ຕາງຫ້າ ຫ້ອງການ ກະຊວງ ອຸດສາຫະກໍາ ແລະ ການຄ້າ
  2. ຜູ້ຕາງຫ້າ ຫ້ອງການ ທະນາຄານແຫ່ງ ສປປ ລາວ
  3. ຜູ້ຕາງຫ້າ ກົມແຜນການ ແລະ ການເງິນ ກະຊວງ ໂຍທາທິການ ແລະ ຂົນສົ່ງ
  4. ຜູ້ຕາງຫ້າ ກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ
  5. ຜູ້ຕາງຫ້າ ກົມການບິນພົນລະເຮືອນ ກະຊວງ ໂຍທາທິການ ແລະ ຂົນສົ່ງ
  6. ຜູ້ຕາງຫ້າ ກົມທາງລົດໄຟ ກະຊວງ ໂຍທາທິການ ແລະ ຂົນສົ່ງ
  7. ຜູ້ຕາງຫ້າ ກົມນະໂຍບາຍເງິນຕາ ກະຊວງ ການເງິນ
  8. ຜູ້ຕາງຫ້າ ກົມງົບປະມານແຫງລັດ ກະຊວງ ການເງິນ
  9. ຜູ້ຕາງຫ້າ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ
  10. ຜູ້ຕາງຫ້າ ກົມຄຸ້ມຄອງຫືີ່ສິນສາທາລະນະ ກະຊວງ ການເງິນ
  11. ຜູ້ຕາງຫ້າ ກົມການເງິນຕາງປະເທດ ກະຊວງ ການເງິນ
  12. ຜູ້ຕາງຫ້າ ກົມຄຸ້ມຄອງຊັບສິນແຫງລັດ ກະຊວງ ການເງິນ
  13. ຜູ້ຕາງຫ້າ ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງ ພະລັງງານ ແລະ ບໍ່ແຮ
  14. ຜູ້ຕາງຫ້າ ກົມແຜນການ ແລະ ການຮວມມື ກະຊວງ ກະສິກໍາ ແລະ ປ່າໄມ້
  15. ຜູ້ຕາງຫ້າ ກົມຄຸ້ມຄອງເງິນຕາຕ້າງປະເທດ ທະນາຄານແຫ່ງ ສປປ ລາວ
  16. ຜູ້ອໍານວຍການ ບໍລິສັດ Green City Developers ! ໄປ
  17. ຜູ້ຕາງຫ້າ ບໍລິສັດ ຊັບຫັ້ນຄົງ 678 ຈໍາກັດ (ຄູຮ້ວມມືປະຈໍາ ສປປ ລາວ)
  18. ຜູ້ຕາງຫ້າ ບໍລິສັດ ບໍລິສັດ KAT ໂຮລດິ້ງ ຈໍາກັດ (ຄູຮ້ວມມືປະຈໍາ ສປປ ລາວ)
  19. ຜູ້ອໍານວຍການ ບໍລິສັດ ເຄວີ ຈໍາກັດຜູ້ດຽວ

ຈຸດປະສົງ: ກອງປະຊຸມນໍາສະເໜີຈຸດປະສົງ, ແນວຄວາມຄິດລິເລີມ ແລະ ແຜນຍຸດທະສາດ ຂອງບໍລິສັດ Green City Developers Ltd ໃນການລົງທຶນ, ສະຫນອງທຶນ ແລະ ການຮວມມືກັບລັດຖະບານ ສ.ປ.ປ ລາວ ເຊັ່ນ: ແຜນງານສະໜັບສະຫນູນການແກ້ໄຂບັນຫາໜີ້ສິນລັດຖະບານໃນລະບົບພັນທະບັດຫນູນພັນທະບັດ, ການລົງທຶນຮ່ວມກັບລັດວິສາຫະກິດທາງດ້ານພະລັງງານ, ການລົງທຶນໃນໂຄງການກໍ່ສ້າງພື້ນຖານໂຄງລາງທີເປັນບຸລິມະສິດຂອງລັດຖະບານ, ການພັດທະນາລະບົບ ຂົນສົ່ງ (Logistics) ແລະ ລະບົບການສົ່ງອອກສິນຄ້າກະສິກໍາ ຂອງ ສ.ປ.ປ ລາວ ເພື່ອເຊືອມໂຍງກັບພາກພືນ ແລະ ສາກົນ

STL-102

ເພື່ອມອບເຄື່ອງຊ່ວຍເຫຼືອ ແກ່ເດັກນັກຮຽນພິເສດ ທີ່ມີຄວາມບົກຜ່ອງ ຫລື ພິການ ການເບິ່ງເຫັນ

ໃນວັນເສົາ, ວັນທີ 30 ກໍລະກົດ 2022 ທີ່ຜ່ານມາ, ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ, ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ, ບໍລິສັດ ທ່າບົກ ທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ຈັດ “ກິດຈະກຳຊ່ວຍເຫຼືອສັງຄົມ ປະຈຳປີ 2022”
ທີ່ “ໂຮງຮຽນ ສຶກສາ ພິເສດ”, ບ້ານ ໜອງໜ້ຽວ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ເພື່ອມອບເຄື່ອງຊ່ວຍເຫຼືອ ແກ່ເດັກນັກຮຽນພິເສດ ທີ່ມີຄວາມບົກຜ່ອງ ຫລື ພິການ ການເບິ່ງເຫັນ, ການໄດ້ຍິນ ແລະ ການເວົ້າ ທີ່ຢູ່ກຳລັງຢູ່ໃນໄວຮຽນພິເສດ ດ້ວຍການຮຽນ, ການກິນ, ການຢູ່ ແລະ ການນອນ ພາຍໃນໂຮງຮຽນ ທີ່ໄດ້ຮັບການຊ່ວຍເຫຼືອຈາກຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ພາຍນອກປະເທດ ທີ່ຍັງຂາດເຂີນ ທັງງົບປະມານ ແລະ ອຸປະກອນອຳນວຍຄວາມສະດວກຫຼາຍຢ່າງ.
ເປັນກຽດການເຂົ້າມອບໃນຄັ້ງນີ້ ແມ່ນ “ທ່ານ ວຽງຄອນ ສິດທິໄຊ”, ຜູ້ອຳນວຍການ ບໍລິສັດ ພ້ອມດ້ວຍຄະນະ ຜູ້ບໍລິຫານລະດັບສູງ, ຜູ້ຈັດການ ແລະ ພະນັກງານ ເຊິ່ງປະກອບມີ ຊຸດໂຕະຕັ່ງນັກຮຽນ ຈຳນວນ 15 ຊຸດ, ຊຸດໂຕະຕັ່ງຕູອາຈານ 5 ຊຸດ, ຈັກຕັດຫຍ້າ, ຜ້າຫົ່ມ, ມຸ້ງ, ອຸປະກອນການຮຽນ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ອື່ນໆ ອີກຫລາກຫລາຍ ໃຫ້ໂຮງຮຽນ ແລະ ນັກຮຽນ ພິເສດ.
ເປັນກຽດເຂົ້າຮັບໃນຄັ້ງນີ້ ແມ່ນ ທ່ານ ນາງ ລີປ່າເອ້ຍ ບົວປາວ, ຮອງຫົວໜ້າພະແນກສຶກສາ, ທ່ານ ຄຳໄພ ສ້ອຍສຸວັນ, ຜູ້ອຳນວຍການ ໂຮງຮຽນ ສຶກສາ ຄົນພິການ, ຄະນະຄູອາຈານ ແລະ ນັກຮຽນ ດ້ວຍການຕ້ອນຮັບຢ່າງມີກຽດ ແລະ ອົບອຸ່ນ.
ລວມມູນຄ່າ 66,000,000 ລ້ານກີບ
ເຊິ່ງສົບທົບຈາກ ບໍລິສັດ ຂວັນໃຈ ການຄ້າ ຂາເຂົ້າ – ຂາອອກ ຈຳກັດ, ບໍລິສັດ ເປໂຕລ້ຽມ ເທຣດດິງ ລາວ ມະຫາຊົນ ແລະ ບໍລິສັດ ຫຼື ຫົວໜ່ວຍທຸລະກິດໃນເຄືອ.
ນອກຈາກນັ້ນ, ທ່ານ ວຽງຄອນ ສິດທິໄຊ ຍັງໄດ້ຢ້ຽມຊົມຫ້ອງຮຽນ ສຳລັບໃຊ້ການຮຽນ – ການສອນ ເຊິ່ງເຫັນວ່າ ຍັງມີການຂາດອຸປະກອນ ແລະ ເຄື່ອງໄມ້ເຄື່ອງມື ລວມທັງໂຮງອາຫານ ຂອງນັກຮຽນພິເສດ ເຫັນວ່າ ຍັງບໍ່ພຽງພໍ ເຊິ່ງ ທ່ານກໍໄດ້ຝຫ້ຄຳແນະນຳ ເພື່ອປະກອບສ່ວນງົບປະມານຕື່ມອີກ ຊ່ວຍເຫຼືອໃນສິ່ງທີ່ຍັງຂາດ ເພື່ອໃຫ້ນ້ອງໆນັກຮຽນພິເສດ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ມີຄວາມ ກິນດີ, ຢູ່ດີ, ໄດ້ຮັບການສຶກສາຮຳ່ຮຽນທີ່ດີ ເພື່ອສາມາດມີວິຊາຊີບ ແລະ ຊ່ວຍເຫຼືອຕົວເອງໄດ້ໃນອະນາຄົດ.

ເຊື່ອມໂຍງລະບົບລາງລົດໄຟ ຈຸດຄ່ຽນຖ່າຍສິນຄ້າທີ່ທ່ານາແລ້ງ

ເປີດການເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດຈຸດຄ່ຽນຖ່າຍສິນຄ້າ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ການຂົນສົ່ງສິນຄ້າລະຫວ່າງປະເທດເກີດຄວາມຄ່ອງຕົວ ແລະ ສະດວກສະບາຍ ໂດຍສະເພາະລະບົບລາງ ຊຶ່ງເປັນການຂົນສົ່ງທີ່ປະຢັດເວລາ ປະຢັດຄ່າໃຊ້ຈ່າຍທີ່ສຸດ ຈຶ່ງເກີດໃຫ້ມີການເປີດການເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດ ຈຸດຄ່ຽນຖ່າຍສິນຄ້າ ນະຄອນຫລວງວຽງຈັນ ລົດໄຟລາວ-ຈີນ ແລະ ລົດໄຟລາວ-ໄທ ຂຶ້ນໃນວັນທີ 1 ກໍລະກົດ 2022 ນີ້
ເປັນກຽດເຂົ້າຮ່ວມໃນພິທີອັນມີຄວາມຫມາຍຄວາມສຳຄັນນີ້ ຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານເອກອັກຄະລັດຖະທູດ ແຫ່ງ ສປ. ຈີນ ປະຈໍາລາວ, ທ່ານ ເອກອັກຄະລາດຖະທູດ ແຫ່ງ ຣາຊະອາຈັກໄທ ປະຈຳລາວ, ບັນດາລັດຖະມົນຕີ, ອະດີດລັດຖະມົນຕີ, ຮອງລັດຖະມົນຕີ, ຫົວຫນ້າກົມ, ຮອງກົມ, ທ່ານປະທານບໍລິສັດທັງຝ່າຍລາວ ຝ່າຍຈີນ ແລະ ຝ່າຍໄທ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນ ໂລຈິສະຕິກ ພາກ ກ່າວວ່າ: ການເປີດພິທີເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງ 1 ແມັດ ຢູ່ຈຸດຄ່ຽນຖ່າຍສິນຄ້ານະຄອນຫລວງວຽງຈັນໃນມື້ນີ້ ແມ່ນເຫດການຫນຶ່ງທີ່ເປັນເຫດການປະຫວັດສາດຂອງຊາດລາວ ກໍຄືຫມາກຜົນຂອງການຮ່ວມມືຂອງສອງຊາດ ລາວ-ຈີນ ໂດຍສະເພາະບໍລິສັດ ທ່າບົກ-ທ່ານາແລ້ງ ກັບບໍລິສັດ ເສັ້ນທາງລົດໄຟລາວ-ຈີນ. ພາຍໃຕ້ການນໍາຂອງພັກ-ລັດຖະບານ ດ້ວຍຄວາມມຸ້ງຫມັ້ນໃນການປະຕິບັດຍຸດທະສາດດ້ານການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການຫັນປະເທດລາວ ທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລາງ ແລະ ລະບົບໂລຈິດສຕິກ. ທັງນີ້, ກໍເພື່ອແນໃສ່ສ້າງຜົນປະໂຫຍດຈາກຂະບວນລົດໄຟ ທີ່ເຊື່ອມໂຍງໄປປະເທດໃກ້ຄຽງ ເຮັດໃຫ້ ສປປ ລາວ ເປັນສູນກາງດ້ານການຂົນສົ່ງທາງລາງ ແລະ ເປັນສູນກາງການເຊື່ອມໂຍງເຊື່ອຈອດລະບົບລາງຂອງພາກພື້ນ ອາຊຽນ ກັບ ສປ. ຈີນ ທີ່ປະຢັດຕົ້ນທຶນ ແລະ ເວລາລົງ ຊຶ່ງເປັນຜົນດີໃຫ້ແກ່ຜູ້ປະກອບການທັງ ຈີນ, ລາວ ແລະ ໄທ ກໍຄືຜູ້ປະກອບການໃນພູມິພາກນີ້. ທັງນີ້, ເພື່ອບັນລຸວິໄສທັດຫນຶ່ງແລວຫນຶ່ງເສັ້ນທາງຂອງລັດຖະບານ ສປ. ຈີນ
ໃນໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວວ່າ: ໂຄງການເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດ ຈຸດຄຽນຖ່າຍສິນຄ້າ ນວ ເປັນໂຄງການລິເລີ່ມ ແຕ່ປີ 2019 ເປັນຕົ້ນມາ ແລະ ໄດ້ສຳເລັດຕາມຄາດຫມາຍ. ຊຶ່ງລັດຖະບານ ໄດ້ຫັນຍຸດທະສາດປະເທດທີ່ບໍ່ມີທາງອອກທະເລ ກາຍເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດ ການພັດທະນາໂຄງການທາງລົດໄຟ ລາວ-ຈີນ ທາງລົດໄຟ ລາວ-ໄທ ເປັນການກະຕຸກຊຸກຍູ້ເສດຖະກິດຂອງ ສປປ ລາວ ຊຶ່ງໄດ້ຂັບເຄື່ອນການພັດທະນາໃນຫລາຍດ້ານ ຫລາຍຂະແຫນງການທີ່ປິ່ນອ້ອມ ເປັນຕົ້ນການສ້າງວຽກເຮັດງານທຳ, ຍົກລະດັບສີມືວິຊາຊີບໃຫ້ແກ່ຄົນລາວ, ປະກອບສ່ວນການນໍາໃຊ້ວັດສະດຸກໍ່ສ້າງ-ການບໍລິການທີ່ມີຢູ່ລາວ
ນອກຈາກນັ້ນ, ກໍໄດ້ກະຕຸກຊຸກຍູ້ໃຫ້ຂະແຫນງການປິ່ນອ້ອມເຊັ່ນ: ການສ້າງເຂດໂລຈິສະຕິກ ທ່າບົກ, ອຸດສາຫະກໍາໃນເຂດປຸງແຕ່ງ ແລະ ອື່ນໆ. ໂຄງການດັ່ງກ່າວ ແມ່ນຫນຶ່ງໃນໂຄງການບູລິມະສິດ ໃນການສົ່ງເສີມການເຊື່ອມຈອດເຊື່ອມໂຍງການຂົນສົ່ງສິນຄ້າ ເພື່ອຊຸກຍູ້ໃນການຄົມມະນາຄົມຂົນສົ່ງສິນຄ້າ, ການໂດຍສານລະຫວ່າງປະເທດ. ຊຶ່ງຖືວ່າມີຄວາມຫມາຍຢ່າງຍິ່ງເປັນເຫດການປະຫວັດສາດ ທີ່ບໍ່ເຄີຍມີມາກ່ອນ ໃນ ສປປ. ລາວ ແລະ ຂໍຊົມເຊີຍການຮ່ວມມືທັງສອງບໍລິສັດ ແລະ ເຊື່ອຫມັ້ນວ່າ ພາຍຫລັງເປີດການນຳໃຊ້ໂຄງການ ຍິ່ງຈະເປັນການກະຕຸ້ນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງລາວຢ່າງກວ້າງຂວາງ ແລະ ໃຫຍ່ຫລວງກວ່າເກົ່າ. ເພາະການຂົນສົ່ງທາງລາງ ຈະຊ່ວຍການຂົນສົ່ງສິນຄ້າ ເຂົ້າ-ອອກ ສປປ ລາວ ມີລາຄາທີ່ຖືກລົງ ປະຢັດເວລາ ຊຶ່ງຈະເຮັດໃຫ້ຫລາຍຂະແຫນງມີເງື່ອນໄຂພັດທະນາທີ່ດີຂຶ້ນ
ຈາກນັ້ນພິທີ ໄດ້ມີການຕັດແຖບຜ້າເປີດການເຊື່ອມໂຍງລະບົບລາງມາດຕະຖານ ແລະ ລາງໜຶ່ງແມັດ ຈຸດຄຽນຖ່າຍສິນຄ້າ ນະຄອນຫລວງວຽງຈັນ ຢ່າງເປັນທາງການ ພ້ອມທັງລັ່ນຄ້ອງ 9 ບາດ ເອົາເລີກເອົາໄຊ ແລະ ຊົມການຄ່ຽນຖ່າຍສິນຄ້າຂື້ນລົດໄຟ ແລະ ໃຫ້ສັນຍານແກ ເພື່ອປ່ອຍຂະບວນລົດໄຟ
STL-90

ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟ ວຽງຈັນ – ທ່າແຂກ

ລັດຖະບານ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ໄດ້ອະນຸຍາດໃຫ້ ບໍລິສັດ ປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ ກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ, ໂດຍພິທີເຊັນ ບັນທຶກຄວາມເຂົ້າໃຈ (MOU)  ແມ່ນຈັດຂຶ້ນທີ່ກະຊວງແຜນການ ແລະ ການລົງທຶນ, ໃນວັນທີ 29 ມິຖຸນາ 2022

ຕາງໜ້າລົງນາມຄັ້ງນີ້ໂດຍທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ວຽງຄອນ ສິດທິໄຊ ຮອງປະທານ ປີໂຕລ້ຽມ ເທຣດດິ້ງ ລາວ ມະຫາຊົນ ທັງເປັນ ຮອງປະທານ ບໍລິສັດວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ແລະ ຮ່ວມລົງນາມເປັນສັກຂີພິຍານໂດຍທ່ານ ຄຳຜອງ ສົມວິຈິດ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນຫຼວງວຽງຈັນ, ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍລິຄຳໄຊ, ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ; ທ່ານ ນາງ ມະໂນລາ ປະເສີດ ຮອງປະທານຄະນະກຳມະການບໍລິຫານພົວພັນລັດຖະບານ, ທ່ານ ລາສີ ວຽງແກ້ວ ຮອງປະທານຄະນະກຳມະການບໍລິຫານການຄ້າ ແລະ ນິຕະກຳ, ທ່ານ ຈຳປາ ຄຳສຸກໃສ ຮອງປະທານອະສັງຫາລິມະຊັບ ແລະ ການລົງທຶນ, ທ່ານ ປະລິຍາ ນວນທະສິງ ຜູ້ອຳນວຍການຝ່າຍພັດທະນາໂຄງການ, ພ້ອມດ້ວຍຕາງໜ້າການນຳຈາກນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ໂຄງການພັດທະນາເສັ້ນທາງລົດໄຟ ລາວ-ຫວຽດນາມ (LVRP) ເປັນໂຄງການກໍ່ສ້າງທາງລົດໄຟຫົວຈັກໄຟຟ້າຄວາມໄວທີ່ມີມູນຄ່າປະມານ 5 ຕື້ ໂດລາສະຫະລັດ. ໂຄງການດັ່ງກ່າວ ມີໄລຍະທາງທັງໝົດປະມານ 452 ກິໂລແມັດ ແລະ ໄດ້ແບ່ງອອກເປັນ 2 ເສັ້ນທາງລົດໄຟ ກໍຄື ໂຄງການພັດທະນາເສັ້ນທາງລົດໄຟຈາກ ທ່າແຂກ, ແຂວງຄຳມ່ວນ ຫາ ທ່າເຮືອຫວຸ້ງອາງ ຄວາມຍາວ 139,19 ກິໂລແມັດ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ເມືອງທ່າແຂກ ແຂວງຄຳມ່ວນ, ສປປ ລາວ ຄວາມຍາວ 312,81 ກິໂລແມັດ

ການມີທ່າເຮືອນໍ້າເລິກອອກສູ່ທະເລນັ້ນ, ນອກຈາກຈະຊ່ວຍສະໜັບສະໜູນໃຫ້ ສປປ ລາວ ສາມາດນຳເຂົ້າສົ່ງອອກສິນຄ້າສູ່ຕະຫຼາດສາກົນໃນລາຄາທີ່ສົມເຫດສົມຜົນແລ້ວ, ເມື່ອໄດ້ມີການພັດທະນາພື້ນຖານໂຄງລ່າງການຂົນສົ່ງຄວາມໄວສູງ ກໍຄືເສັ້ນທາງລົດໄຟດັ່ງກ່າວ ຈາກທ່າເຮືອ ໄປເຊື່ອມຈອດເຂົ້າກັບ ທາງລົດໄຟລາວ-ຈີນ ທີ່ທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ ແລ້ວ, ຈະເປັນຈຸດປ່ຽນຄັ້ງຍິ່ງໃຫຍ່ຂອງເສດຖະກິດລາວ ໂດຍການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked) ແນໃສ່ການສ້າງຜົນປະໂຫຍດສູງສຸດທາງດ້ານເສດຖະກິດ-ສັງຄົມ

ທ່ານ ວຽງຄອນ ສິດທິໄຊ, ຮອງປະທານ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ກ່າວວ່າ: ໂຄງການທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ ຫາ ທ່າແຂກ ແຂວງ ຄຳມ່ວນ, ສປປ ລາວ ດັ່ງກ່າວນີ້, ເປັນສ່ວນໜຶ່ງ ຂອງໂຄງການ ສາມແອວ (LLL) ຫຼື ລາວ ໂລຈິດສ໌ຕິກລິ້ງ (Laos Logistics Link) ເຊິ່ງປະກອບມີບັນດາໂຄງການດັ່ງນີ້ຄື: ໂຄງການ ທ່າເຮືອ ຫວຸ້ງອ່າງ (ທ່າເຮືອ ສາກົນ ລາວ-ຫວຽດນາມ), ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ, ໂຄງການ ໂຮງໄຟຟ້າພະລັງງານຄວາມຮ້ອນ ບົວລະພາ ແລະ ໂຄງການ ທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເຊິ່ງກຸ່ມທຸລະກິດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໄດ້ຮັບ ຄວາມໄວ້ວາງໃຈ ຈາກລັດຖະບານລາວ ໃນການລົງທຶນພັດທະນາ, ຈຸດປະສົງກໍ່ເພື່ອ ເພື່ອປະກອບສ່ວນໃນການ ບັນລຸວິໄສທັດຂອງລັດຖະບານ ສປປ ລາວ ແລະ ຍຸດທະສາດການພັດທະນາປະເທດ ວ່າດ້ວຍ ການຫັນປ່ຽນ ສປປ ລາວ ຈາກ ການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກ (land-linked)

ໃນການສຶກສາ, ສຳຫຼວດ, ແລະ ອອກແບບຄວາມເປັນໄປໄດ້ ໂຄງການ, ບໍລິສັດຈະໄດ້ວ່າຈ້າງບໍລິສັດທີ່ປຶກສາເອກະລາດ ຈາກພາຍໃນ ແລະ ສາກົນ ສົມທົບກັບ ພາກສ່ວນທີ່ກ່ຽວຂອງລັດຖະບານ ໃນການດໍາເນີນວຽກງານ ເຊິ່ງຄາດວ່າຈະໃຫ້ສຳເລັດ ແລະ ໄດ້ຮັບການຮັບຮອງພາຍໃນ 24 ເດືອນ

STL-58

ພິທີເຊັນສັນຍາ ການຊື້ – ຂາຍ ຮຸ້ນ ແລະ ສັນຍາຮ່ວມຮຸ້ນ ຂອງ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ

ໃນວັນຈັນ, ວັນທີ 20 ມິຖຸນາ 2022 ທີ່ ກະຊວງການເງິນ, ໄດ້ມີ ພິທີເຊັນສັນຍາ ການຊື້ – ຂາຍ ຮຸ້ນ ແລະ ສັນຍາຮ່ວມຮຸ້ນ ຂອງ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ.ລາວ ແລະ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ
ເປັນປະທານພິທີເຊັນສັນຍາໂດຍ ທ່ານ ບຸນປອນ ວັນນະຈິດ, ຮອງລັດຖະມົນຕີ ກະຊວງການເງິນ ໂດຍຜູ້ເຊັນສັນຍາແມ່ນ ທ່ານ ປອ. ສອນເພັດ ອິນທະວົງ, ຫົວຫນ້າກົມ ປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ກະຊວງການເງິນ ພ້ອມດ້ວຍຄະນະພະແນກ ແລະ ກະຊວງ

ທ່ານ ວຽງຄອນ ສິດທິໄຊ, ຜູ້ອຳນວຍການ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ແລະ ບັນດາຜູ້ບໍລິຫານຂັ້ນສູງ ເຂົ້າຮ່ວມ ແລະ ເປັນສັກຂີພິຍານ ການເຊັນສັນຍາໃນຄັ້ງນີ້