Website ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ

ປະຫວັດຫຍໍ້ ຂອງບໍລິສັດ

ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ຖືກສ້າງຕັ້ງຂຶ້ນໃນ ປີ 2008 ເພື່ອສະໜັບສະໜູນທຸລະກິດຂອງ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ. ສິດທິ ໂລຈິສຕິກ ເປັນບໍລິສັດໃນເຄືອຂອງ PTL Holding, ເຊິ່ງເປັນໜຶ່ງໃນບໍລິສັດລົງທຶນຊັ້ນນຳຂອງ ສປປ ລາວ. ນອກຈາກຈະມີບໍລິສັດແມ່ດຽວກັນທີ່ປະກອບທຸລະກິດຫຼາກຫຼາຍແລ້ວ, ສິດທິ ໂລຈິສຕິກ ຍັງມີຄວາມສຳພັນກັບກຸ່ມບໍລິສັດ ພົງສະຫວັນ ທີ່ສ້າງຕັ້ງຂຶ້ນແຕ່ ປີ 2011, ບັນດາບໍລິສັດດັ່ງກ່າວວິໄສທັດຮ່ວມກັນຄື ເປັນຜູ້ນຳໃນການຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງພາກພື້ນ, ພ້ອມທັງເພີ່ມປະສິດທິພາບໃນການດຳເນີນງານ ເພື່ອພັດທະນາ ແລະ ປັບປຸງລະບົບໂລຈິສຕິກທີ່ເຊື່ອມໂຍງກັນ.

ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ໃຫ້ບໍລິການຂົນສົ່ງສິນຄ້າບໍລິໂພກຂອງ PTL Holding Group, ລວມທັງຜະລິດຕະພັນນ້ຳມັນ ແລະ ນ້ຳມັນເຊື້ອໄຟຂອງ PetroTrade. ໃນປັດຈຸບັນ, ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ໃຫ້ບໍລິການຂົນສົ່ງພາຍໃນປະເທດດ້ວຍລົດບັນທຸກນ້ຳມັນ 80 ຄັນ ແລະ ບໍລິການຂົນສົ່ງຂ້າມຊາຍແດນດ້ວຍລົດບັນທຸກນ້ຳມັນ 110 ຄັນ.

  • ຊື່ຕຳແໜ່ງ: ພະນັກງານການເງິນ
  • ຝ່າຍ: ການເງິນ
  • ລາຍງານຫາ: ຜູ້ຈັດການຝ່າຍບັນຊີ ແລະ ການເງິນ
  • ສະຖານທີ່ປະຈຳການ:ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ, ນະຄອນຫຼວງວຽງຈັນ

ຈຸດປະສົງ:

ພະນັກງານບັນຊີມີໜ້າທີ່ຮັບຜິດຊອບໃນການບໍລິຫານວຽກງານການເງິນຂອງບໍລິສັດສິດທິຮັບຜິດຊອບປະສານງານດ້ານເອກະສານ ແລະ ໃຫ້ການສະໜັບສະໜູນວຽກງານອື່ນໆຂອງຝ່າຍ.

ໜ້າທີ່ຮັບຜິດຊອບ:

  • ຮັບ ແລະ ກວດກາເອກະສານວາງບິນຈາກທາງຝ່າຍບັນຊີ.
  • ປະສານງານ ແລະ ວາງບິນລູກໜີ້ຊ້າບໍ່ເກີນ 2 ວັນ.
  • ລົງບັນທຶກໜີ້ຕ້ອງຮັບທຸກໆວັນຫຼັງຈາກການຮຽກເກັບໄປແລ້ວ ແລະ ສົ່ງລາຍງານເຄື່ອນໄຫວໜີ້.
  • ຕິດຕາມການທວງໜີ້ກັບລູກຄ້າໃຫ້ຈ່າຍໜີ້ຕົງຕາມເວລາ ສັນຍາພາຍຫຼັງວາງໄປແລ້ວບໍເກີນ 7 ວັນ.
  • ຕິດຕາມການຮັບແຈ້ງໂອນເງິນ ຫຼື ຮັບເງິນສົດມອບເຂົ້າບັນຊີ ແລະ ອອກບິນຮັບເງິນໃຫ້ລູກໜີ້.
  • ສົ່ງ Statement ປະຈຳງວດ, ປະຈຳເດືອນ ໃຫ້ຝ່າຍບັນຊີຕົງເວລາບໍ່ເກີນ 2 ວັນເຂົ້າການ.
  • ຕິດຕາມ ແລະ ກວດກາບໍລິຫານເງິນສົດແຮຄັງບໍ່ໃຫ້ຂາດ (ຂອງສ່ວນ DTC).
  • ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າສາຍງານ.

ເງື່່ອນໄຂການສະໝັກ:

  • ຈົບການສຶກສາລະດັບປະລິນຍາຕີສາຂາການເງິນ ຫຼື ສາຍທີ່ກ່ຽວຂ້ອງ.
  • ມີປະສົບການຢ່າງໜ້ອຍ 2 ປີຂື້ນໄປດ້ານບັນຊີ.
  • ສາມາດນໍາໃຊ້ຄອມພິວເຕີ້ໄດ້ເປັນຢ່າງດີ.
  • ເຮັດວຽກຮ່ວມກັນເປັນທີມ ແລະ ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ເປັນຢ່າງດີ.
  • ມີຄວາມກະຕືລືລົ້ນ ແລະ ພະຍາຍາມສູງໃນການເຮັດວຽກ.

ປິດຮັບສະໝັກ: ວັນທີ 01 ກໍລະກົດ 2025
ທ່ານໃດສົນໃຈ ສາມາດສົ່ງເອກະສານສະໝັກງານ (CV) ມາທີ່ອີເມວ: hr@sitthilogistics.com

To apply for this job email your details to hr@sitthilogistics.com