STL-29

ມອບຜ້າອັດປາກ ເພື່ອປ້ອງກັນການລະບາດຂອງເຊື້ອ COVID-19 ໃຫ້ແກ່ອົງການກາແດງລາວ

ໃນວັນທີ 5 ພຶດສະພາ 2020 ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ໄດ້ນຳຜ້າປິດປາກ ຈຳນວນ 10,800 ອັນ ມູນຄ່າ 48,600,000 ກີບ ມອບໃຫ້ແກ່ອົງການກາແດງລາວ ເພື່ອຕ້ານການແຜ່ລະບາດ ຂອງເຊື້ອໄວຣັດ ໂຄວິດ-19 ມອບໂດຍ ທ່ານ ຈັນທະລາ ແກ້ວວັນທອງ ຜູ້ຕາງໜ້າບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ຮັບໂດຍ ທ່ານ ຮສ. ດຮ ສິງ ເມໂນລາດ ຮອງປະທານອົງການກາແດງລາວ

ໂອກາດດັ່ງກ່າວ, ທ່ານ ຮສ.ດຮ ສິງ ເມໂນລາດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງບໍລິສັດ ສິດທິໂລຈິດສຕິກ ລາວ  ຈຳກັດ ທີ່ໄດ້ນຳ ເອົາເຄື່ອງ ອຸປະກອນປ້ອງກັນໂຕ ທີ່ຈຳເປັນ ມາມອບໃຫ້ໃນຄັ້ງນີ້, ຊຶ່ງເປັນການສະແດງເຖິງ ຄວາມເປັນຫ່ວງເປັນໃຍ, ຄວາມມີນຳ້ໃຈ ທີ່ໄດ້ປະກອບສ່ວນໃນການສະກັດກັ້ນ ແລະ ການແຜ່ລະບາດຂອງພະຍາ ໂຄວິດ 19 ໃຫ້ໝົດໄປ ແລະ ເຄື່ອງຈຳນວນດັ່ງກ່າວ ແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານໃຫ້ເກີດປະໂຫຍດສູງສຸດ
ຂໍ້ມູນຂ່າວຈາກ: Lao Red Cross