STL-41

ວິທີການສຶກສາ ແລະ ການວິໄຈ

ໂຄງການວິໄຈຊິເຮັດໃຫ້ການເກັບຂໍ້ມູນໂດຍການສໍາພາດເຈາະເລິກຈາກຜູ້ທີ່ມີສ່ວນກ່ຽວຂ້ອງກັບການຂົນສົ່ງຂອງບໍລິສັດຂົນສົ່ງສິນຄ້າປະເພດອຸປະໂພກ ແລະ ບໍລິໂພກການຄັດເລືອກກຸ່ມຕົວຢ່າງໃຊ້ວິທີການສຸ່ມໂດຍສະເພາະເຈາະຈົງໂດຍມີເກນໃນການສຸ່ມເຊັ່ນ:

  • ເສັ້ນທາງການຂົນສົ່ງສິນຄ້າປະເພດອຸປະໂພກ ແລະ ບໍລິໂພກທີ່ມີຄວາມສ່ຽງໃນການເກີດອຸບັດເຫດຫຼາຍ
  • ຂະໜາດຂອງຜູ້ປະກອບການຂົນສົ່ງສິນຄ້າໂດຍຄັດເລືອກຜູ້ປະກອບການ ຂະຫນາດໜ້ອຍ ຫາ ຂະຫນາດກາງ
  • ມູນຄ່າຄວາມເສຍຫາຍໃນການເກີດອຸບັດຕິເຫດ ວິທີການເກັບແບບສອບຖາມໂດຍໃຊ້ເທັກນິກການສໍາພາດແບບໂຕຕໍ່ໂຕການວິເຄາະຂໍ້ມູນຄຸນະພາບໃຊ້ການວິເຄາະ ແລະ ສັງເຄາະໂດຍໃຊ້ເທັກນິກ

ການລະບຸຄວາມສ່ຽງຕໍ່ການເກີດອຸບັດເຫດຂອງການຂົນສົ່ງສິນຄ້າ

ຈາກການສໍາຫຼວດຂໍ້ມູນການເກີດອຸບັດເຫດຂອງເຮົາ ການຂົນສົ່ງສິນຄ້າປະເພດອຸປະໂພກ ແລະ ບໍລິໂພກລາຍໜື່ງພົບວ່າມີສະຖິຕິການເກີດອຸບັດເຫດ 1-2 ຄັ້ງຕໍ່ເດືອນ ທັງນີ້ເນື່ອງຈາກມີຈໍານວນລົດບັນທຸກ 6 ລໍ້ນ້ອຍ ທີ່ປະຈໍາຢູ່ທົ່ວປະເທດລາວຫຼາຍກວ່າ 50 ຄັນ ແລະ ລົດບັນທຸກ 10 ຂື້ນໄປ ທີ່ປະຈໍາຢູ່ທົ່ວປະເທດລາວຫຼາຍກວ່າ 100 ຄັນ ແລະ ສ່ວນຫຼາຍຈະໃຊ້ລົດບັນທຸກນ້ອຍໃນການຂົນສົ່ງສິນຄ້າໄປຮ້ານຄ້າປີກໃນພື້ນທີ່ເຊິງມີຂໍ້ໄດ້ປຽບໃນເລື່ອງການຄຸ້ນເຄີຍ ແລະ ໃຊ້ລົດບັນທຸກໃຫຍ່ໃນການຂົນສົ່ງນໍ້າມັນ, ສົ່ງສິນຄ້າໄປຕ່າງແຂວງ ແລະ ຕ່າງປະເທດເປັນຕົ້ນ, ເຖິງຢ່າງໃດກະຕາມ ຍັງມີປະລິມານບໍ່ພຽງພໍກັບຄວາມຕ້ອງການ ໃນການຂົນສົ່ງສິນຄ້າ ຖ້າວິເຄາະຄວາມສ່ຽງຕໍ່ການເກີດອຸບັດຕິເຫດໃນການຂົນສົ່ງສິນຄ້າ

STL-43

ມາດຕະການສໍາລັບການປ້ອງກັນການເກີດອຸບັດຕິເຫດໃນການຂົນສົ່ງສິນຄ້າ

ມາດຕະການສໍາລັບການປ້ອງກັນການເກີດອຸບັດຕິເຫດໃນການຂົນສົ່ງສິນຄ້າ ກໍລະນີຜູ້ປະກອບການຂົນສົ່ງສິນຄ້າອຸປະໂພກ ແລະ ບໍລິໂພກແບ່ງຕາມປັດໃຈການເກີດອຸບັດເຫດດັງນີ້:

ປັດໃຈດ້ານຄົນໄດ້ແກ່
  • ເຮັດລະບົບກວດສອບພະນັກງານຂັບລົດ
  • ຈັດເຮັດລະບົບຕາລາງການສົ່ງສິນຄ້າແບບເວ​ລາ​ຈິງ
  • ຫາພັນທະມິດຂົນສົ່ງສິນຄ້າໃນພື້ນທີ່ ແລະ ຮ່ວມພັດທະນາລະບົບການຂົນສົ່ງທີ່ໄດ້ມາດຕະຖານ

ປັດໃຈດ້ານຍານພາຫະນະໄດ້ແກ່

  • ກໍາໜົດໃຫ້ມີການກວດສອບ ແລະ ຊ່ອມບໍາລຸງຮັກສາສະພາບລົດປະຈໍາປີ
  • ກໍາໜົດໃຫ້ມີການກວດສອບສະພາບລົດກ່ອນອອກປະຕິບັດວຽກ

ປັດໃຈດ້ານຖະໜົນ ແລະ ສະພາບແວດລ້ອມໄດ້ແກ່

ເຮັດລະບົບຈັດເກັບຂໍ້ມູນເສັ້ນທາງຂົນສົ່ງສິນຄ້າ ແລະ ມີການໃຫ້ຂໍ້ມູນເສັ້ນທາງໃຫ້ແກ່ພະນັກງານຂົນສົ່ງສິນຄ້າລົດບັນທຸກ ແລະ ລວມຈຸດສ່ຽງຂອງເສັ້ນທາງ ແລະ ຈຸດອັນຕະລາຍເສັ້ນທາງຕ່າງໆ ໃນການຂົນສົ່ງສິນຄ້າ ໃຫ້ແກ່ພະນັກງານຂົນສົ່ງສິນຄ້າລົດບັນທຸກ

ຫາກວິເຄາະຂອງການເກີດອຸບັດຕິເຫດໃນການຂົນສົ່ງສິນຄ້າກໍລະນີຜູ້ປະກອບການຂົນສົ່ງສິນຄ້າອຸປະໂພກ ແລະ ບໍລິໂພກເຫັນວ່າເກີດຈາກຜູ້ປະກອບການບໍ່ມີລະບົບການບໍລິຫານຈັດການ ການຂົນສົ່ງສິນຄ້າທີ່ປອດປອດຕັ້ງແຕ່ຂະບວນການກະກຽມສິນຄ້າກ່ອນການຂົນສົ່ງ, ການປັບປຸງຄວາມປອດໄພທາງຖະໜົນຈະຕ້ອງມີການລະບົບບໍລິຫານຈັດການອັນປະກອບໂດຍການອົບຮົມໃຫ້ຄວາມຮູ້ການບັງຄັບໃຊ້ກົດຫມາຍການປັບປ່ຽນໂຄງຮ່າງພື້ນຖານ ແລະ ຍານພາຫະນະທີ່ປອດໄພ, ການໃຊ້ລະບົບການຈັດການຄວາມປອດໄພໃນການເຮັດວຽກເຫັນວ່າປັດໃຈດ້ານການຈັດການອົງການມີຄວາມສໍາພັນກັບລະດັບຄວາມສົມບູນຂອງລະບົບການຈັດການຄວາມປອດໄພໃນການເຮັດວຽກການສຶກສາວິໃຈເລື່ອງການປຽບທຽບການບັງຄັບໃຊ້ມາດຕະການດ້ານ ການຂົນສົ່ງຂອງຜູ້ປະກອບການຂົນສົ່ງຂະໜາດນ້ອຍ ແລະ ຂະໜາດໃຫຍ່ເຫັນວ່າຜູ້ປະກອບການທັງໝົດລາຍນ້ອຍ ແລະ ລາຍໃຫຍ່ມີການນໍາມາດຕະການດ້ານຄວາມປອດໄພໃນການຂົນສົ່ງມາໃຊ້ເພື່ອເພີ່ມຄວາມປອດໄພໃນການຂົນສົ່ງ ແຕ່ຢ່າງໃດກະຕາມ ເຫັນວ່າມີຄວາມແຕກຕ່າງກັນໃນດ້ານຄວາມເຂັມງວດຂອງການບັງຄັບໃຊ້ມາດຕະການໂດຍບໍລິສັດຂະໜາດໃຫຍ່ມີການບັງຄັບໃຊ້ມາດຕະການທີ່ມີຄວາມເຄັ່ງຄັດຫຼາຍກວ່າບໍລິສັດຂະໜາດນ້ອຍທັງນີ້ ມີສາເຫດມາຈາກສະພາບການເຮັດວຽກ ແລະ ການແຂ່ງຂັນພາຍໃນອຸດສາຫະກໍາຂົນສົ່ງຕາມຂໍ້ກໍາຫນົດຂອງລະບົບການຈັດການຄວາມປອດໄພການຈະລາຈອນທາງຖະໜົນ (ISO39001)

ເປັນມາດຕະຖານສາກົນໃນການຈັດກຽມເຄື່ອງມືເພື່ອຊ່ວຍອົງກອນລົດ ແລະ ກໍາຈັດອັດຕາການເກີດ, ປັດໃຈສ່ຽງຂອງການຕາຍ ແລະ ການບາດເຈັບສາຫັດທີ່ມີຄວາມສໍາພັນກັບການຕໍາຢູ່ຖະໜົນມຸ່ງເນັ້ນໄປທີ່ຜົນຈາກການໃຊ້ຕົ້ນທຶນທີ່ມີປະສິດທິພາບ ຂອງລະບົບກາຈະລາຈອນທາງຖະໜົນໂດຍໃຊ້ຂະບວນການ PDCA ເປັນວົງຈອນທີ່ລວມກັນຫຼາຍຂັ້ນຕອນ ແລະ ຕ້ອງການຄວາມເປັນຜູ້ນໍາທີ່ເຂັ້ມແຂງປະກອບໂດຍຂັ້ນຕອນສໍາຄັນດັງນີ້:

  • ການບົ່ງຊີ້ຜົນກະທົບຂອງອົງກອນໃນສ່ວນນີ້ຈະລວມເຖິງການສ້າງຂໍ້ຕົກລົງຂອງແກນນໍາ ແລະ ຈັດນະໂຍບາຍລະບົບການເຮັດວຽກທີ່ເຊື່ອມໂຍນກັບຄວາມປອດໄພທາງຖະໜົນ
  • ຄວບຄຸມເຖິງການປະຍຸກໃຊ້ລະບົບອາໃສ່ການປະສານວຽກງົບປະມານຊັບພະຍາກອນມະນຸດທີ່ມີຄວາມສາມາດພຽງພໍການເພີ່ມຄວາມຕະໜັກໂດຍອາໃສ່ການສື່ສານທັງພາຍໃນ ແລະ ພາຍນອກ
  • ເປັນຂະບວນການໃນການຕິດຕາມ ຄວນມີການວິເຄາະຢ່າງສະໝໍາສະເໝີ ແລະ ການປະເມີນປະສິດທິພາບທີ່ປຽບທຽບກັບວັດຖຸປະສົງ ແລະ ກຸ່ມເປົ້າຫມາຍ
  • ເປັນການປັບປຸງລະບົບການຈັດການຢ່າງຕໍ່ເນື່ອງຈາກທີ່ກ່າວມາຂ້າງຕົ້ນເຫັນວ່າການຈັດເຮັດລະບົບມາດຕະຖານຄວາມປອດໄພໃຫ້ຄວາມສໍາຄັນກັບການວິເຄາະຮາກຖານຂອງບັນຫາເພື່ອນໍາໄປສູ່ການຈັດເຮັດມາດຕະການ ແລະ ລະບົບໃນການປ້ອງກັນ, ແກ້ໄຂບັນຫາການເກີດອຸບັດຕິເຫດ ທີ່ເຫມາະສົມກັບບໍລິສັດຂອງພວກເຮົາ

ສະຫຼຸບຜົນ

ອຸບັດຕິເຫດທາງຖະຫນົນເກີດຈາກປັດໃຈສໍາຄັນ 4 ປັດໃຈຄື: ປັດໃຈດ້ານຄົນ, ປັດໃຈດ້ານຍານພາຫະນະ, ປັດໃຈດ້ານສະພາບຖະຫນົນ ແລະ ປັດໃຈດ້ານສະພາບແວດລ້ອມ ຈາກການສຶກສາປັດໃຈທີ່ມີສ່ວນກ່ຽວຂ້ອງກັບການເກີດອຸບັດຕິເຫດທາງຖະຫນົນຂອງລົດບັນທຸກຂະຫນາດນ້ອຍ ແລະ ຂະໜາດໃຫຍ່ ໂດຍການພິຈາລະນາປັດໃຈນໍາເຂົ້າທີ່ເຮັດໃຫ້ເກີດຜົນຂອງການເກີດອຸບັດຕິເຫດ (ການຕໍາການບາດເຈັບ ແລະ ການຕາຍ) ໄດ້ແກ່ຍານພາຫະນະ ແລະ ຖະຫນົນ (ສະພາບແວດລ້ອມຈາກການເຮັດວຽກ), ຮູບແບບ ແລະ ວັດຖຸປະສົງໃນການໃຊ້ຍານພາຫະນະ ແລະ ໜ້າທີ່ ທີ່ຫຼາກຫຼາຍ (ສະພາບແວດລ້ອມດ້ານອົງກອນ) ສັງຄົມກົດໝາຍ ແລະ ນະໂຍບາຍທາງເສດຖະກິດ ເປັນໂຕກໍາໜົດກິດຈະກໍາໃນການເຮັດວຽກ (ລະດັບປະເທດ, ລະດັບສາກົນ ແລະ ສະພາບແວດລ້ອມລະດັບສາກົນ) ການກໍານົດມາດຕະການການ ເພື່ອນໍາໄປສູ່ການປ້ອງກັນ ແລະ ລຸດຜົນກະທົບຈາກການເກີດອຸບັດຕິເຫດໃນການຂົນສົ່ງສິນຄ້າທີ່ມີປະສິດທິພາບ ແລະ ເໝາະສົມກັບບໍລິສັດ, ຈາກຂະບວນການໃນການວິເຄາະສາເຫດທີ່ແທ້ຈິງໃນການເກີດອຸບັດຕິເຫດຂອງອົງກອນເພື່ອນໍາໄປສູ່ການກໍານົດນະໂຍບາຍມາດຕະການ ແລະ ລະບົບໃນການຈັດການຄວາມປອດໄພທາງຖະຫນົນ, ໄດ້ມີຂະບວນການໃນການເກັບຂໍ້ມູນເພື່ອເປັນການຕິດຕາມກວດສອບ ແລະ ປະເມີນປະສິດທິພາບຂອງລະບົບເພື່ອໃຫ້ມີການພັດທະນາລະບົບການຂົນສົ່ງສິນຄ້າທີ່ປອດໄພເປັນໄປຕາມມາດຕະຖານສາກົນ