ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ
ນະຄອນຫຼວງວຽງຈັນ, ສປປ ລາວ, 10 ເມສາ 2025 – ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ YCH ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືທາງຍຸດທະສາດສຳຄັນ ກ່ຽວກັບການຂົນສົ່ງຂ້າມແດນຂອງສິນຄ້າກະສິກໍາລະຫວ່າງພາກພື້ນອາຊີຕາເວັນອອກຕາເວັນອອກສຽງໃຕ້ ແລະ ສປ ຈີນ.
ໂດຍພິທີລົງນາມຈັດຂຶ້ນທີ່ນະຄອນຫຼວງວຽງຈັນ; ໃນພິທີຄັ້ງນີ້ມີບຸກຄົນສຳຄັນເຂົ້າຮ່ວມໄດ້ແກ່: ທ່ານ ວຽງຄອນ ສິດທິໄຊ, ຮອງປະທານບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ; ທ່ານ ນາງ ມະນີວອນ ສິດທິໄຊ, ຮອງປະທານບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC); ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ດ່ານພາສີທ່າບົກທ່ານາແລ້ງ (TDP); ແລະ Dr. Yap Kwong Weng, ຜູ້ອຳນວຍການຂອງ Vietnam SuperPort™ ແລະ ຫົວໜ້າຝ່າຍຍຸດທະສາດ, ຄວາມຍືນຍົງ ແລະ ການສື່ສານ ຂອງອົງກອນກຸ່ມບໍລິສັດ YCH ພ້ອມທັງຜູ້ແທນລະດັບສູງຈາກທັງສອງຝ່າຍ.
ຄວາມຮ່ວມມືຄັ້ງນີ້ຖືເປັນບາດກ້າວສຳຄັນໃນການເສີມສ້າງຄວາມເຊື່ອມໂຍງທາງດ້ານເສດຖະກິດໃນພູມິພາກ ພ້ອມວາງຮາກຖານລະບົບໂລຈິດສຕິກທີ່ທັນສະໄໝ ແລະ ຍືນຍົງສຳລັບອະນາຄົດ.
ຂໍ້ຕົກລົງຄັ້ງນີ້ຖືເປັນຈຸດເລີ່ມຕົ້ນຂອງຄວາມຮ່ວມມືເຊີງຍຸດທະສາດທີ່ສຳຄັນໃນການຜັກດັນການເຊື່ອມໂຍງລະບົບໂສ້ອຸປະທານໃນພູມິພາກອາຊຽນ, ໂດຍເລີ່ມຕົ້ນຈາກການຂົນສົ່ງຜະລິດຕະພັນໝາກໄມ້ສົດຈາກປະເທດໄທໄປສູ່ ສປ ຈີນ ຜ່ານປະເທດລາວຢ່າງມີປະສິດທິພາບ. ສຳລັບອະນາຄົດ ຄວາມຮ່ວມມືຄັ້ງນີ້ຍັງມີແຜນກຽມທີ່ຈະໃຊ້ປະໂຫຍດຈາກສູນໂລຈິດສຕິກ Vietnam SuperPort™ ໃນແຂວງ Vinh Phuc ຂະໜາດ 83 ເຮັກຕາ ເປັນສູນກາງຂົນສົ່ງຫຼາຍຮູບແບບ (multimodal logistics hub). ສູນນີ້ພັດທະນາຂຶ້ນໂດຍການຮ່ວມມືກັນລະຫວ່າງ ກຸ່ມບໍລິສັດ YCH ແລະ T&T Group ໂດຍສູນໂລຈິດສຕິກແຫ່ງນີ້ມີບົດບາດສຳຄັນໃນຖານະປະຕູຫຼັກໃນການເຊື່ອມໂຍງລະຫວ່າງປະເທດຈີນ ແລະ ປະເທດຕ່າງໆໃນອາຊຽນ ຮັບຮອງເຄືອຂ່າຍການຂົນສົ່ງທັງການຂົນສົ່ງທາງອາກາດ, ທາງເຮືອ, ທາງລົດ ແລະ ທາງລົດໄຟ ແບບຕໍ່ເນື່ອງ.
ຄວາມຮ່ວມມືໃນຄັ້ງນີ້ເກີດຂຶ້ນໃນເວລາທີ່ການຄ້າດ້ານກະສິກໍາລະຫວ່າງປະເທດຈີນ ແລະ ປະເທດສະມາຊິກອາຊຽນ ມີແນວໂນ້ມຂະຫຍາຍຕົວຢ່າງຕໍ່ເນື່ອງ ອັນເປັນຜົນມາຈາກຄວາມຕ້ອງການສິນຄ້າກະສິກຳທີ່ເພີ່ມຂຶ້ນຂອງຜູ້ບໍລິໂພກຊາວຈີນ. ນອກຈາກນີ້, ຂໍ້ຕົກລົງການຄ້າເສລີພາຍໃນພູມິພາກເຊັ່ນ: ເຂດການຄ້າເສລີອາຊຽນ-ຈີນ (ASEAN-China Free Trade Area – ACFTA) ຍັງມີບົດບາດສຳຄັນໃນການສົ່ງເສີມການແລກປ່ຽນຜະລິດຕະພັນກະສິກໍາໃນພາຍໃນພູມິພາກອີກດ້ວຍ ພາຍໃຕ້ການຮຽກເກັບພາສີນຳເຂົ້າຊຸດໃຫມ່ຈາກສະຫະລັດທີ່ໄດ້ຖືກກໍານົດໄວ້.
ເນື່ອງຈາກ ສິນຄ້າກະເສດຈຳນວນຫຼາຍມີລັກສະນະທີ່ເນົ່າເສຍໄດ້ງ່າຍ, ການຮັກສາຄວາມສົດໃນຕະຫຼອດຂະບວນການຂົນສົ່ງຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ. ທາງ ກຸ່ມບໍລິສັດ YCH ຈະນໍາໃຊ້ເຕັກໂນໂລຊີຕ່ອງໂສ້ຄວາມເຢັນ ຄວບຄຸມດ້ວຍລະບົບຕິດຕາມອຸນຫະພູມແບບເວລາຈິງ ແລະ ການຕິດຕາມສິນຄ້າແບບທັນສະໄໝ ເພື່ອຮັກສາຄຸນນະພາບຂອງສິນຄ້າ ແລະ ຫຼຸດຜ່ອນການເນົ່າເສຍໃຫ້ໄດ້ຫຼາຍທີ່ສຸດ. ເຕັກໂນໂລຊີເຫຼົ່ານີ້ຈະຊ່ວຍໃຫ້ການຂົນສົ່ງສິນຄ້າທີ່ເນົ່າໄດ້ງ່າຍມີຄວາມປອດໄພ ມີປະສິດທິພາບ ແລະ ສອດຄ່ອງກັບມາດຕະຖານຄຸນນະພາບໃນລະດັບສູງສຸດ.
“ຄວາມຮ່ວມມືຂອງພວກເຮົາກັບ ກຸ່ມບໍລິສັດ YCH ມີບົດບາດສຳຄັນໃນການສົ່ງເສີມການຂົນສົ່ງ ຂອງຜະລິດຕະພັນໝາກໄມ້ ແລະ ຜັກສົດລະຫວ່າງປະເທດໄທ, ລາວ, ຈີນ ແລະ ປະເທດອື່ນໆ ໃຫ້ເປັນໄປຢ່າງຄ່ອງແຄ້ວ, ທ່ານ ນາງ ມະນີວອນ ສິດທິໄຊ ຮອງປະທານຂອງ ບໍລິສັດ ຂວັນໃຈການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໄດ້ກ່າວວ່າ “ຂໍ້ຕົກລົງສະບັບນີ້ເປັນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນຂອງພວກເຮົາໃນການສົ່ງມອບສິນຄ້າທີ່ມີຄຸນນະພາບສູງໃຫ້ແກ່ຜູ້ບໍລິໂພກຢ່າງວ່ອງໄວ ແລະ ຢູ່ໃນສະພາບທີ່ດີທີ່ສຸດ.”
Dr. Yap Kwong Weng, ຜູ້ອຳນວຍການຂອງ Vietnam SuperPort™ ແລະ ຫົວໜ້າຝ່າຍຍຸດທະສາດ, ຄວາມຍືນຍົງ ແລະ ການສື່ສານອົງກອນຂອງ ກຸ່ມບໍລິສັດ YCH ໄດ້ກ່າວວ່າ:
“ຄວາມຮ່ວມມືຄັ້ງນີ້ຈະນຳມາຊຶ່ງຜົນປະໂຫຍດຫຼາຍຂຶ້ນໃຫ້ທັງຜູ້ຜະລິດ ແລະ ຜູ້ບໍລິໂພກໃນພູມິພາກ ດ້ວຍການສ້າງເຄືອຂ່າຍໂລຈິດສຕິກທີ່ແຂງແຮງຂຶ້ນ ຊ່ວຍຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງ. ດ້ວຍສັກກາຍະພາບດ້ານໂລຈິດສຕິກ ຫຼາຍຮູບແບບ ແລະ ຊັບພະຍາກອນຍຸດທະສາດໃນພູມິພາກນີ້. ພວກເຮົາມຸ່ງໝັ້ນທີ່ຈະຍົກລະດັບມາດຕະຖານໃໝ່ສໍາລັບການຂົນສົ່ງຂ້າມແດນຂອງສິນຄ້າກະສິກໍາສົດ ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນໃນຕະຫຼາດອາຊຽນ ແລະ ຈີນ.”
ຄວານຮ່ວມມືດ້ານຍຸດທະສາດລະຫວ່າງ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ YCH ສະທ້ອນໃຫ້ເຫັນເຖິງຄວາມມຸ່ງຫມັ້ນໃນການພັດທະນາຍົກລະດັບຄວາມເຊື່ອມໂຍງພາຍໃນພູມິພາກ ແລະ ພ້ອມເປີດທາງໃຫ້ກັບຄວາມຮ່ວມມືເພີ່ມຕື່ມໃນອະນາຄົດ ທີ່ຈະພັດທະນາສົ່ງເສີມເສດຖະກິດຢ່າງເລິກເຊິ່ງ ແລະ ເປີດໂອກາດໃໝ່ໃຫ້ກັບການຄ້າຂ້າມແດນໃນກຸ່ມຜະລິດຕະພັນກະສິກໍາ

ກ່ຽວກັບບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ
ຕະຫຼອດເວລາກວ່າ 15 ປີທີ່ຜ່ານມາ, ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ໄດ້ມີບົດບາດສຳຄັນໃນການຜັກດັນໃຫ້ ສປປ ລາວ ກ້າວສູ່ການເປັນສູນກາງດ້ານໂລຈິດສຕິກຂອງພູມິພາກ. ກໍ່ຕັ້ງຂຶ້ນໃນປີ 2009 ໂດຍເລີ່ມຕົ້ນຈາກການເປັນໜ່ວຍງານຂົນສົ່ງນ້ຳມັນ ພາຍໃຕ້ບໍລິສັດ ພິໂຕຣລ້ຽມ ເທຣດດິ້ງ ລາວ ຈຳກັດ ມະຫາຊົນ (PTL), ຫຼັງຈາກນັ້ນໄດ້ພັດທະນາມາສູ່ການເປັນຜູ້ໃຫ້ບໍລິການໂລຈິດສຕິກຄົບວົງຈອນ ເຊື່ອມໂຍງອາຊຽນ ແລະ ປະເທດຕ່າງໆໄດ້ຢ່າງຕໍ່ເນື່ອງ.
ພາຍໃຕ້ການສະໜັບສະໜູນຂອງ PTL Holding ແລະ ກຸ່ມບໍລິສັດພົງສະຫວັນ, ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ເປັນແຮງຂັບເຄື່ອນໃນການປ່ຽນແປງຂອງລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມໂຍງພາຍໃນພູມມິພາກ ຜ່ານນະວັດຕະກຳ, ຄວາມເປັນເລີດດ້ານການດຳເນີນງານ ແລະ ການລົງທຶນຢ່າງມີຍຸດທະສາດ. ດ້ວຍເຄືອຂ່າຍທີ່ແຂງແຮງໃນລາວ, ໄທ, ຫວຽດນາມ ແລະ ຈີນ, ບໍລິສັດມີບົດບາດສຳຄັນໃນການອຳນວຍຄວາມສະດວກໃນການຄ້າລະຫວ່າງປະເທດ.
ການລົງທຶນໃນໂຄງສ້າງພື້ນຖານຂະໜາດໃຫຍ່ເຊັ່ນ ສວນໂລຈິດສຕິກນະຄອນຫຼວງ (Vientiane Logistics Park – VLP) ແລະ ດ່ານພາສີທ່າບົກທ່ານາແລ້ງ (Thanaleng Dry Port – TDP) ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນພັດທະນາໂຄງສ້າງພື້ນຖານ ແລະ ການຂະຫຍາຍການຄ້າຢ່າງຍືນຍົງ ບໍ່ພຽງແຕ່ເປັນຜູ້ໃຫ້ບໍລິການດ້ານໂລຈິດສຕິກ, ຊິດທິໂລຈິດສຕິກ ແມ່ນພາກສ່ວນທາງຍຸດທະສາດ ທີ່ມີບົດບາດໃນການສົ່ງມອບຂະບວນການຫ່ວງໂສ້ງອຸປະທານທີ່ປອດໄພ, ມີປະສິດທິພາບ ແລະ ພ້ອມດ້ວຍນະວັດຕະກຳ

ກ່ຽວກັບບໍລິສັດ ດ່ານພາສີທ່າບົກທ່ານາແລ້ງ ຈຳກັດ
ດ່ານພາສີທ່າບົກທ່ານາແລ້ງ ແມ່ນດ່ານພົ້ນພາສີທາງບົກລະດັບຊັ້ນທີ່ 1 ຂອງ ສປປ ລາວ ແລະ ແມ່ນ 1 ໃນ 9 ດ່ານພົ້ນພາສີ ທີ່ມີ “ຄວາມສຳຄັນລະຫວ່າງປະເທດ” ທີ່ໄດ້ຮັບການອະນຸມັດຕາມຂໍ້ຕົກລົງລະຫວ່າງລັດຖະບານວ່າດ້ວຍດ່ານພົ້ນພາສີ ຂອງອົງການ UNESCAP. ດ່ານພົ້ນພາສີນີ້ມີທີ່ຕັ້ງຫ່າງຈາກຂົວມິດຕະພາບ(ຂົວຂ້າມແມ່ນ້ຳຂອງ)ແຫ່ງທຳອິດພຽງ 1 ກິໂລແມັດເທົ່ານັ້ນ. ດ່ານພາສີທ່າບົກທ່ານາແລ້ງ ເປັນສ່ວນໜຶ່ງຂອງໂຄງການສວນໂລຈິດສຕິກນະຄອນຫຼວງ ຊຶ່ງເປັນໂຄງການຍຸດທະສາດຫຼັກລະດັບປະເທດທີ່ມີເປົ້າໝາຍໃນການບັນລຸຍຸດທະສາດໂລຈິດສຕິກແຫ່ງຊາດ ໂດຍມຸ່ງໜ້າປ່ຽນສະຖານະຂອງປະເທດຈາກປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາຍນອກ. ໂຄງການນີ້ເລີ່ມຕົ້ນຈາກການສຶກສາຄວາມເປັນໄປໄດ້ໂດຍອົງການ JICA ຈາກປະເທດຍີ່ປຸ່ນ ແລະ ຕໍ່ມາໄດ້ດຳເນີນໂດຍ Royal Haskoning ຈາກປະເທດເນເທີແລນ ກ່ອນຈະໄດ້ຮັບການອະນຸມັດຈາກລັດຖະບານ ສປປ ລາວ ໃນປີ 2020.
ກ່ຽວກັບບໍລິສັດ ຂວັນໃຈ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC)
ບໍລິສັດ ຂວັນໃຈ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ (KCC) ເປັນຜູ້ນຳດ້ານການຈຳໜ່າຍສິນຄ້າອຸປະໂພກແບບບໍ່ໄດ້ຜ່ານການຜະລິດ (FMCG) ຊັ້ນນຳ ທີ່ໃຫ້ບໍລິການຄົບວົງຈອນ ສໍາລັບການຂະຫຍາຍຕະຫຼາດໃນ ສປປ ລາວ ແລະ ລະຫວ່າງປະເທດ. ດ້ວຍປະສົບການທາງທຸລະກິດຫຼາຍກວ່າ 20 ປີ KCC ແມ່ນພາກສ່ວນຜູ້ຈັດຈຳໜ່າຍຜູ້ດຽວໃຫ້ກັບແບຣນລະດັບໂລກ ໃນໝວດໝູ່ຕ່າງໆ ເຊັ່ນ: ຜະລິດຕະພັນດ້ານການດູແລສ່ວນບຸກຄົນ, ສິນຄ້າດູແລເດັກນ້ອຍ, ຄວາມງາມ ແລະ ເຄື່ອງສໍາອາງ, ອາຫານ ແລະ ສິນຄ້າແຊ່ເຢັນ. ນອກຈາກນັ້ນ KCC ຍັງໄດ້ຂະຫຍາຍທຸລະກິດຢ່າງຕໍ່ເນື່ອງ ໂດຍຄວບຄຸມການຄ້າລະຫວ່າງປະເທດ ສິນຄ້າກະສິກຳ ແລະ ໝາກໄມ້ສົດ ໃນ ສປປ ລາວ, ປະເທດໄທ, ຈີນ ແລະ ພູມິພາກອື່ນໆ.

ກ່ຽວກັບ ກຸ່ມບໍລິສັດ YCH
ກຸ່ມບໍລິສັດ YCH ແມ່ນຜູ້ນໍາດ້ານຂະບວນການໂສ້ອຸປະທານແບບຄົບວົງຈອນ ທີ່ກໍ່ຕັ້ງຂຶ້ນ ແລະເຕີບໂຕໃນປະເທດສິງກະໂປ ແລະ ໄດ້ເປັນພາກສ່ວນສຳຄັນທີ່ໄວ້ວາງໃຈຂອງບໍລິສັດຊັ້ນນຳຂອງໂລກ ແລະ ແບຣນທີ່ຜູ້ຄົນນິຍົມໃຊ້ ໃນຫຼາຍກວ່າ 100 ເມືອງທົ່ວພູມິພາກອາຊີປາຊີຟິກ. YCH ມຸ່ງເນັ້ນໃນການເພີ່ມປະສິດຕິພາບ ແລະ ຄວາມຍືນຍົງໃຫ້ກັບລູກຄ້າ ຜ່ານການໃຊ້ເທັກໂນໂລຊີທີ່ເປັນກຳມະສິດຂອງບໍລິສັດທີ່ໄດ້ຮັບລາງວັນໃນລະດັບນານາຊາດ ນຳໃຊ້ໃນຫຼາກຫຼາຍອຸດສາຫະກຳ ເຊັ່ນ: ສິນຄ້າອຸປະໂພກທີ່ບໍ່ໄດ້ຜ່ານການຜະລິດ (FMCG), ເອເລັກໂທຣນິກ, ສານເຄມີ ແລະ ສາທາລະນະສຸກ, ໂລຈິສຕິກແບບຄວາມເຢັນ ແລະ e-Commerce. ໃນຖານະທີ່ເປັນຜູ້ນຳດ້ານນະວັດຕະກຳ YCH ໄດ້ຮັບການຮັບຮອງໃນແນວທາງ 7PL™(ຊຶ່ງເປັນທັງຜູ້ໃຫ້ບໍລິການ ແລະ ເປັນຜູ້ດຳເນີນງານ) ປະສານລະຫວ່າງກົນລະຍຸດຫ່ວງໂສ້ອຸປະທານເຂົ້າກັບການດຳເນີນງານໄດ້ຢ່າງບໍ່ມີທີ່ຕຳໜິ ຖືເປັນການຍົກລະດັບມາດຕະຖານໃຫມ່ຂອງອຸດສາຫະໂລຈິດສຕິກຢ່າງແທ້ຈິງ.
ກ່ຽວກັບ Vietnam SuperPort™
Vietnam SuperPort™ ແມ່ນທ່າເຮືອໂລຈິດສຕິກຫລາຍຮູບແບບ (Multimodal Logistics Port) ຂະໜາດ 83 ເຮັກຕາ ທີ່ຕັ້ງຢູ່ໃນແຂວງວິງຟຸກ (Vinh Phuc) ຂອງປະເທດຫວຽດນາມ ໂດຍເປັນພັດທະນະໃນຮູບແບບການຮ່ວມລົງທຶນລະຫວ່າງ ກຸ່ມບໍລິສັດ T&T ແລະ ກຸ່ມບໍລິສັດ YCH ຈາກສິງກະໂປ. ດ້ວຍວິໄສທັດທີ່ຈະເປັນສູນກາງໂລຈິດສຕິກຫຼາຍຮູບແບບແຫ່ງທຳອິດໃນພູມິພາກອາຊີຕາເວັນອອກສຽງໃຕ້ ທີ່ປ່ອຍກາກບອນເປັນສູນ (Net-Zero) (ມຸ່ງສູ່ການເປັນສູນກາງໂລຈິດສຕິກທີ່ເປັນມິດຕໍ່ສິ່ງແວດລ້ອມໃນທຸກໆຂະບວນການ). ໂຄງການນີ້ໄດ້ຮວມເອົາພະລັງງານສະອາດ ແລະ ເທັກໂນໂລຊີທັນສະໄຫມ ເພື່ອຍົກລະດັບການເຊື່ອມໂຍງຫ່ວງໂສ້ອຸປະທານຂອງຫວຽດນາມສູ່ລະດັບໂລກ ລົດຄ່າໃຊ້ຈ່າຍດ້ານຂົນສົ່ງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນດ້ານການຄ້າຂອງປະເທດ