ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ໂຄງການຍຸດທະສາດເພື່ອພັດທະນາເສດຖະກິດແຫ່ງຊາດ

ທ່ານນາຍົກລັດຖະມົນຕີເຄື່ອນໄຫວຢ້ຽມຢາມ ແລະ ພົບປະກັບພະນັກງານທີ່ພວມຈັດຕັ້ງປະຕິບັດບັນດາໂຄງການຍຸດທະສາດເພື່ອພັດທະນາເສດຖະກິດແຫ່ງຊາດໃຫ້ມີການຂະຫຍາຍຕົວໃນ ອານາຄົດ ແລະ ເຮັດໃຫ້ປະເທດລາວກາຍເປັນຈຸດເຊື່ອມຈອດອານຸ ພາກພື້ນ ແລະ ເຊື່ອມໂຍງສາກົນ
 
ໃນຕອນເຊົ້າວັນທີ່ 30 ກໍລະກົດ 2020 ພະນະທ່ານ.ທອງ ລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍຄະນະລັດຖະບານໄດ້ເດີນທາງໄປຢ້ຽມຢາມ ແລະ ກວດກາຄວາມຄືບຫນ້າຂອງໂຄງການ
 
“ວຽງຈັນ ໂລຊິດສະຕິກ ພາກ” ເຊີ່ງເປັນໂຄງການພັດທະນາ ໂລຊິດສະຕິກ ຄົບວົງຈອນຂອງນະຄອນຫລວງວຽງຈັນພຽງແຫ່ງດຽວທີ່ລວມເອົາ 2 ອົງປະກອບຫຼັກມາໄວ້ຈຸດດຽວກັນເພື່ອສ້າງເງື່ອນໄຂຮອງຮັບການເຊື່ອມຈອດ ແລະ ເຊື່ອມໂຍງສາກົນທາງດ້ານການຄ້າ ແລະ ການຂົນສົ່ງໃຫ້ເກີດປະໂຫຍດສູງສຸດ, ມີການບໍລິການທີ່ເປັນລະບົບທັນສະໃຫມຮອງຮັບການຂົນສົ່ງຫລາຍຮູບແບບຄື:ການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງລົດໄຟ ທັງເປັນຈຸດສຸມສະເພາະກິດຈະສ້າງມູນຄ່າເພີ່ມເຊັ່ນ:ພື້ນທີ່ບໍລິການສູນ ໂລຊິດສະຕິກ ພື້ນທີ່ບໍລິການສູນ ໂລຊິດຕິກ ເປັນພື້ນທີ່ໃຫ້ຜູ້ປະກອບການສາມາດເຄື່ອນໄຫວທຸລະກິດຂົນສົ່ງຕະຫລອດຮອດການແຈກຍາຍສີນຄ້າທາງພາຍໃນ ແລະ ການສົ່ງອອກຕ່າງປະເທດ ໂດຍຈະມີເຂດປອດພາສີສຳຫຼັບການຜະລິດ,ການປຸງແຕ່ງ,ການເກັບຮັກສາ,ລໍຖ້າ,ການນຳເຂົ້າ ແລະ ສົ່ງອອກ ເຊີ່ງມີສາງເຢັນສໍາຫຼັບຊີ້ນສັດ,ພຶດຜັກ ແລະ ຫມາກໄມ້ ເປັນສະຖານີຂົນສົ່ງຫລາຍຮູບແບບລະດັບສາກົນແຫ່ງທຳອິດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ສາມາດບໍລິການທ່າເຮື່ອຕັ້ງແຕ່ເທີ່ງບົກແບບຄົບວົງຈອນແນໃສ່ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຫຼຸດຜ່ອນຕົ້ນທືນການຂົນສົ່ງດ້ວຍການເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງຕູ້ສີນຄ້າ.
ພື້ນທີ່ໂຄງການ ທ່າບົກ-ທ່ານາແລ້ງ ແລະ ເຂດ logistic ຄົບວົງຈອນນະຄອນຫຼວງວຽງຈັນ,ຕັ້ງຢູ່ບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມີເນື້ອທີ່ທັງຫມົດ 200 ເຮັກຕ້າ,ໃນເບື້ອງຕົ້ນມູນຄ່າຂອງການລົງທືນທັງຫມົດແມ່ນ 727,000,000 ໂດລາສະຫະລັດ
ເຊີ່ງການກໍ່ສ້າງແມ່ນຈະແບ່ງອອກເປັນ 3 ໄລຍະ,ໄລຍະທຳອິດແມ່ນຈະສ້າງໃຫ້ສຳເລັດພາຍໃນເວລາ 14ເດືອນ ຄາດວ່າເຂດ ທ່າບົກ ແມ່ນຈະໃຫ້ເປີດການນຳໃຊ້ໃນເດືອນ ມີນາ ປີ 2021,ສ່ວນເຂດ LOGISTIC ວຽງຈັນແມ່ນຈະເປີດການນຳໃຊ້ໃນເດືອນຕຸລາ ປີ 2021 ຕໍ່ກັບແຜນການ ແລະ ຄວາມພະຍາຍາມຂອງຄະນະບໍລິຫານງານໂຄງການດັ່ງກ່າວໃນນາມລັດຖະບານທ່ານາຍົກລັດຖະມົນຕີສະແດງຄວາມຊົມເຊີຍພ້ອມທັງຕີລາຄາສູງ ແລະ ເນັ້ນຫນັກໃຫ້ບໍລິສັດທີ່ລົງທືນຈົ່ງປະຕິບັດຕາມແຜນການສ່ວນລັດຖະບານຈະອຳນວຍຄວາມສະດວກ ແລະ ແກ້ໃຂບັນຫາໃດທີ່ເປັນສີ່ງກິດຂວາງໃນການພັດທະນາປະຕິບັດນະໂຍບາຍສົ່ງເສີມການລົງທືນເພື່ອພັດທະນາເສດຖະກິດ,ສັງຄົມຂອງຊາດ