ການສົ່ງສິນຄ້າທາງມະຫາສະໝຸດຫຼືທາງທະເລເປັນການຂົນສົ່ງທີ່ໄດ້ຮັບການນິຍົມຫຼາຍ ເນື່ອງຈາກມີຄ່າໃຊ້ຈ່າຍຕົ້ນທືນໜ້ອຍທີ່ສຸດ ສາມາຂົນສົ່ງໄດ້ເທື່ອລະຫຼາຍ ເຊີ່ງສ່ວນໃຫຍ່ໃຊ້ສຳສັບສິນຄ້າລະຫວ່າງປະເທດ ການສົ່ງສິນຄ້າທາງທະເລ ຈື່ງຈັດເປັນປະເພດການສົ່ງທີ່ຕົ້ນທຶນໜ່ອຍທີ່ສຸດ ແຕ່ຂໍ້ເສຍການຂົນສົ່ງທາງທະເລກໍ່ຄື ມີຄວາມຊັກຊ້າ ແລະ ຈໍາກັດໃນເລື່ອງຄວາມໄວ ແລະ ສະພາບອາກາດໃນແຕ່ລະດູການບໍ່ວ່າຈະເປັນບັນຫາທີ່ເກີດຈາກລົມພາຍຸ,ກະແສນໍ້າກໍ່ລ້ວນແຕ່ເປັນອຸປະສັກທາງນໍ້າທັ່ງນັ້ນ,ປະເທດເຮົານຳສິນຄາເຂົ້າແລະສົ່ງອອກໂດຍໃຊ້ການຂົນສົ່ງທາງທະເລເພີ່ມຂື້ນຫຼາຍທຸກປີ ການສົ່ງສິນຄ້າທາງນໍ້າເໜາະສົມກັບສິນຄ້າຂະໜາດໃຫຍ່ ສົ່ງອອກໄດ້ປະລິມານຫຼາຍ ເປັນສິນຄ້າທີ່ແກ່ການເສຍຫາຍ.
ຂໍ້ດີ:
- ອັດຕາການຂົນສົ່ງແມ່ນລາຄາຖືກກວ່າເມື່ອທຽບໃສ່ການຂົນສົ່ງທາງອື່ນ.
- ສາມາຂົນສົ່ງສິນຄ້າໄດ້ຫຼາຍ.
- ມີຄວາມປອດໄພ.
- ສາມາດສົ່ງໃນໄລຍະໄກໄດ້.
ຂໍ້ເສຍ:
- ມີຄວາມຊັກຊ້າໃນການຂົນສົ່ງ.
- ໃນຊ່ວງລະດູຮ້ອນນ້ຳອາດຈະນ້ອຍເຊີ່ງເປັນອຸປະສັກໃນການຂົນສົ່ງ.
- ບໍ່ສາມາດກຳນົດເວລາການຂົນສົ່ງໄດ້ຂື້ນຕາມສະພາບອາກາດ.