STL-22

ຂີດໝາຍປະຫວັດສາດການເຊື່ອມໂຍງ ສປປ ລາວ ສູ່ອະນຸພາກພື້ນ ແລະ ສາກົນ

ໃນວັນທີ 10 ເມສາ 2019: ບໍລິສັດ ສິດທິໂລຈິສຕິກ ລາວ ໄດ້ຮັບຄວາມໄວ້ວາງໃຈເປັນຜູ້ພັດທະນາທ່າບົກທ່ານາແລ້ງ-ເຂດໂລຊິດສະຕິກ

ບໍລິສັດ ສິດທິໂລຈິສຕິກ ລາວ ຈໍາກັດ ເປັນບໍລິສັດໃນເຄືອຂອງບໍລິສັດປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ຮັບຄວາມໄວ້ ວາງໃຈຈາກລັດຖະບານລາວໃຫ້ເປັນຜູ້ພັດທະນາໂຄງການ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ໃນເນື້ອທີ່ທັງໝົດ 100 ກວ່າເຮັກຕາ ດ້ວຍມູນຄ່າການລົງທຶນຫຼາຍສິບລ້ານໂດລາສະລັດ.

ໂຄງການດັ່ງກ່າວຈະເລີ່ມລົງມືຈັດຕັ້ງປະຕິບັດນັບແຕ່ມື້ນີ້ເປັນຕົ້ນໄປ ແລະ ຈະໃຫ້ສໍາເລັດໃນທ້າຍປີ 2022 ເພື່ອຮອງຮັບການຂົນ ສົ່ງລົດໄຟລາວ-ຈີນ ດ້ານປະທານບໍລິສັດເປີດເຜີຍ ໂຄງການດັ່ງກ່າວຈະເປັນການຮອງຮັບຂົນສົ່ງສິນຄ້າທຸກປະເພດທີ່ເຂົ້າມາລາວ ທັງເປັນການສົ່ງສິນຄ້າຈາກລາວໄປຍັງບັນດາປະເທດຕ່າງໆໃນໂລກ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ສິິດທິໂລຈິສຕິກ ລາວ ຈໍາກັດ ກ່າວວ່າ: ໂຄງການລົງທຶນ ພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ແມ່ນໜື່ງໃນໂຄງ ການບູລິມາສິດ ຂອງຍຸດທະສາດພັດທະນາ ໂລຈິດສຕິກແຫ່ງ ຊາດປີ 2016-2020 ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະ ບານແຫ່ງ ສປປ ລາວ ໃນການຫັນປະເທດລາວໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອານຸພາກພື້ນ ແລະ ສາ ກົນ ເຊິ່ງເປັນປະເທດບໍ່ມີຊາຍແດນຕິດຈອດກັບທະເລ.

ດັ່ງນັ້ນ ການສ້າງຕັ້ງທ່າບົກຈະເປັນກຸນແຈສໍາຄັນໃນການເຊື່ອມຈອດ ແລະ ເຊື່ອມໂຍງບັນດາເສັ້ນທາງການຂົນສົ່ງຄື: 1) ເສັ້ນ ທາງຕາເວັນຕົກສາມາດເຊື່ອມຕໍ່ການຂົນສົ່ງທາງທະເລ ຜ່ານທ່າ ເຮືອແຫຼມສະບັງ (Kerry Siam Seaport) ໂດຍທີ່ທ່າບົກທ່ານາແລ້ງຈະເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງຫຼາຍຮູບ ແບບ ທາງທະເລທາງບົກ ແລະ ທາງອາກາດ ໄປຍັງບັນດາປະເທດຕາເວັນຕົກ 2) ເສັ້ນທາງຕາເວັນອອກສາມາດເຊື່ອມຕໍ່ການຂົນສົ່ງທາງທະເລ ຜ່ານທ່າເຮືອສາກົນລາວຫວຽດ (Lao-Viet International Port) ເຊິ່ງເປັນໂຄງການຮ່ວມທຶນລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດ ນາມ ໂດຍທີ່ທ່າບົກທ່ານາແລ້ງຈະເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງຫຼາຍຮູບແບບ ທາງທະເລ ແລະ ທາງບົກໄປຍັງບັນດາປະເທດຕາເວັນອອກ 3) ເສັ້ນທາງສາຍເໜືອສາມາດເຊື່ອມຕໍ່ການຂົນສົ່ງ ທາງລົດໄຟ ລາວ-ຈີນ ເຖີງຄຸນໝິງຜ່ານນະ ຄອນ ສົງຊິ້ງໄປຍັງທະວີບ ເອີຣົບ ໂດຍຜ່ານການໃຫ້ບໍລິການ ຂົນ ສົ່ງສີນຄ້າທາງລົດໄຟ ຢູຊີນອູ (YUXINOU) ຂອງບໍລິສັດ YPL ທີ່ມີສັນຍາຮ່ວມມືກັບ ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈຳກັດ ແລະ ສາມາດໃຊ້ເວລາການຂົນສົ່ງ 17 ວັນ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສືບຕໍ່ສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານລາວ ຕາງໜ້າໂດຍ ກະຊວງແຜນການ ການລົງທຶນ ໂດຍແມ່ນທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ກັບ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈໍາກັດ ໂດຍການເປັນກຽດເປັນປະທານຂອງພະນະ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະ ມົນຕີ ປະທານຄະນະກຳມະການລົງທຶນແຫ່ງຊາດ ທ່ານ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມພາກສ່ວນກ່ຽວຂ້ອງ