ຢູພີເອສໄດ້ຮັບການອະນຸມັດໃຫ້ໃຊ້ໂດຣນສົ່ງສິນຄ້າ

ເມື່ອວັນທີ 1 ຕຸລາ ທີ່ຜ່ານມາ UPS ໄດ້ອອກມາປະກາດວ່າບໍລິສັດໃນເຄືອຄື UPS FlightForwardInc ໄດ້ຜ່ານການຮັບ ຮອງມາດຕະຖານ 135 ເປັນຄັ້ງທຳອິດທີ່ໃຫ້ໂດຣນສາມາດບິນສົ່ງເຄື່ອງລະຫວ່າງໂຮງໝໍໃນເຄືອໄດ້ທົ່ວອາເມລິກາ.

FAA (Federal Aviation Administration) ສຳນັກງານ ບໍລິຫານການບິນແຫ່ງຊາດອາ ເມລິກາໄດ້ອອກໃບຮັບຮອງມາດຕະຖານ 135 ແກ່ UPS Flight Forward ເມື່ອວັນທີ 27 ກັນຍາ ທີ່ຜ່ານມາ ຊຶ່ງບໍລິສັດໄດ້ເປີດ ໂຕຖ້ຽວບິນໂດຣນຄັ້ງທຳອິດທັນທີ ກັບສະຖານພະຍາຍານ ແລະໂຮງ ໝໍໃນເຄືອ WakeMed ໃນເມືອງ Raleigh ລັດ North Carolina ໂດຍໃຊ້ໂດຣນ M2 quadcopter ຂອງ Matternet ທີ່ສາມາດບິນແບບໄຮ້ຄົນຂັບ (ຫຼື ພາຍໃຕ້ຂໍ້ ຍົກເວັ້ນ BVLOS) ຊຶ່ງເປັນ ການບິນເພື່ອຈັດສົ່ງອຸປະກອນການ ແພດເຊີງການຄ້າເປັນຄັ້ງທຳອິດ ໃນອາເມລິກາ.

ການໄດ້ມາຂອງໃບອະນຸຍາດ ນີ້ເກີດຈາກເມື່ອຕົ້ນປີ FlightFlig htForward ໄດ້ຮ່ວມມືກັບ Mat ternet ໃຊ້ຖ້ຽວບິນໂດຣນຊ່ວຍ ບໍລິການສົ່ງເຄື່ອງ ຫຼື ອຸປະກອນດ້ານການແພດໃຫ້ກັບສະຖານພະຍາບານ ແລະໂຮງໝໍໃນເຄືອ Wa keMed ຊ່ວຍໃຫ້ສາມາດບໍລິການຄົນເຈັບໄດ້ດີຍິ່ງຂຶ້ນ ຈຶ່ງເປັນ ເຫດອັນສົມຄວນທີ່ຈະຕ້ອງມີບໍລິ ການໂດຣນສົ່ງຜະລິດຕະພັນທາງ ການແພດ ຊຶ່ງການຄ້າເພື່ອຊ່ວຍ ເຫຼືອຄົນເຈັບ.

ການຮັບຮອງມາດຕະຖານ135 ຂອງ FAA ເປັນການອະນຸຍາດຂັ້ນສູງສຸດທີ່ບໍ່ເຄີຍມີບໍລິສັດ ໃດໄດ້ຮັບມາກ່ອນຊຶ່ງໂດຣນຂອງ Flight Flight Forward ຈະສາມາດບິນໃຫ້ບໍລິການໄດ້ໂດຍບໍ່ຈຳ ກັດຈຳນວນໂດຣນບໍ່ຈຳກັດຜູ້ຄວບ ຄຸມສາມາດບັນທຸກນ້ຳໜັກໄດ້ເກີນ 25 ກິໂລກຣາມ (55 ປອນ)ແລະບີນໃນເວລາກາງຄືນໄດ້ອີກດ້ວຍເວົ້າງ່າຍໆວ່າບິນໄດ້ຕະຫຼອດ ເວລາ.