STL-27

ລົງທຶນ 727 ລ້ານໂດລາ ສໍາປະທານໂຄງການ ສ້າງສູນໂລຊິດສະຕິກຄົບວົງຈອນແຫ່ງທຳອິດຂອງລາວ

ໂຄງການພັດທະນາ ທ່າບົກ ທ່ານາແລ້ງ ແລະ ເຂດໂລຊີດສະຕິກ ນະຄອນຫຼວງວຽງຈັນ

ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າໂດຍ ກະຊວງແຜນການ ການລົງທືນ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ

ໃນວັນທີ່ 03 ກໍລະກົດ 2020 ທີ່ໂຮງແຮມ ແລນມາກແມ່ຂອງຣີເວີຊາຍ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງພະນະທ່ານ ສີນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປ.ອ ບຸນຈັນ ສີນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ຄຳຈັນ ວົງແສນບູນ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ, ທ່ານ ສາດສະດາຈານ ປອ. ອ໊ອດ ພົງສະຫວັນ (ຜູ້ກໍ່ຕັ້ງ ແລະ ປະທານທີ່ປຶກສາກິຕິມະສັກ ກຸ່ມບໍລິສັດ ພົງສະຫວັນ), ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນ ໂລຊິດສະຕິກພາກ ຈໍາກັດ. ນອກນີ້ ຍັງມີຜູ້ຕາງໜ້າຈາກຂະເເໜງການທີ່ກ່ຽວຂ້ອງຈາກພາກລັດ ເເລະ ຄະນະບໍລິສັດ ກໍ່ໄດ້ເຂົ້າຮ່ວມ.

ໂຄງການ ພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເປັນໂຄງການລົງທືນພັດທະນາຂະໜາດໃຫຍ່ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ຂອງ ສ ປປ ລາວ, ແມ່ນນື່ງໃນໂຄງການ ບູລິມະສິດ ຂອງຍຸດທະສາດ ພັດທະນາ ໂລຊິດສະຕິກແຫ່ງຊາດ ປີ 2016-2030 ແນໃສ່ ຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສ.ປ.ປ.ລາວ ໃນການຫັນປະເທດລາວໃຫ້ເປັນສູນກາງແຫ່ງຄວາມເຊື່ອມຈອດ ແລະ ເຊື່ອມໂຍງ ອານຸພາກພື້ນ ແລະ ສາກົນ,ໂດຍໄດ້ມອບໃຫ້ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈໍາກັດ ເປັນຜູ້ສືບຕໍ່ສືກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທືນພັດທະນາໂຄງການດັ່ງກ່າວ, ບໍລິສັດ ໄດ້ສືກສາສຳຫຼວດ ເເລະ ດໍາເນີນຂັ້ນຕອນຕ່າງໆ ຢ່າງຕັ້ງໜ້າຕາມເນື້ອໃນບົດບັນທືກກັບ ລັດຖະບານ ຕາມບົດບັນທືກຄວາມເຂົ້າໃຈ (MOU) ໃນວັນທີ່ 05 ເມສາ 2019.

ພາຍຫຼັງທີ່ໄດ້ສໍາເລັດ ການສຶກສາສໍາຫຼວດ ຄວາມເປັນໄປໄດ້ ທາງດ້ານເສດຖະກິດ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ທາງບໍລິສັດ ໄດ້ຈັດຕັ້ງກອງປະຊຸມຄົ້ນຄ້ວາ ກັບ ພາກສ່ວນກໍ່ຄືຂະເເໜງການທີ່ກ່ຽວຂ້ອງຕາມຂັ້ນຕອນ ແລະ ທາງລັດຖະບານໄດ້ຮັບຮອງ ບົດສຶກສາໂຄງການ ໃນວັນທີ່ 07 ກຸມພາ 2020 ເເລະ ເຫັນດີສ້າງຕັ້ງ ບໍລິສັດ ວຽງຈັນ ໂລຊີດສະຕິກ ພາກ ຈໍາກັດ ໃຫ້ເປັນ ບໍລິສັດ ຈັດຕັ້ງປະຕິບັດໂຄງການ ແລະ ມາຮອດມື້ນີ້ກໍ່ໄດ້ຈັດຕັ້ງພິທີ ເຊັນສັນຍາສໍາປະທານ ກັບລັດຖະບານ ພາຍໃຕ້ຮູບແບບ BOT (Built and Transfer) ໂດຍມີອາຍຸສໍາປະທານ 50 ປີ ເເມ່ນຮູບເເບບໜື່ງໃນການລົງທືນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ຊື່ງກະຊວງການເງີນໄດ້ຮັບມອບໝາຍໃຫ້ຖືຮຸ້ນໃນນາມຂອງລັດຖະບານ ສປປ ລາວ.

ໂຄງການພັດທະນາດັ່ງກ່າວນີ້ ເປັນໂຄງການພັດທະນາເຂດໂລຊິດສະຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວ ທີ່ລວມເອົາສອງອົງປະກອບຫຼັກມາໄວ້ຈຸດດຽວກັນ ເພື່ອສ້າງເງຶ່ອນໄຂຮອງຮັບການເຊື່ອມຈອດ ແລະ ເຊື່ອມໂຍງອານຸພາກພື້ນ ແລະ ສາກົນ ທາງດ້ານການຄ້າ ແລະ ການຂົນສົ່ງໃຫ້ເກີດປະໂຫຍດສູງສຸດຄື:

  1. ທ່າບົກ ທ່ານາແລ້ງ ແມ່ນສ່ວນນຶ່ງ ຂອງ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງ ວຽງຈັນ ທີ່ກໍານົດໄວ້ໃນ Intergovernmental Agreement on Dry Port, ເປັນສະຖານີຂົນສົ່ງຫຼາຍຮູບແບບລະດັບສາກົນທໍາອິດຂອງ ສປປ ລາວ ທີ່ສາມາດໃຫ້ບໍລິການຂອງ “ທ່າເຮືອ” ຕັ້ງຢູ່ເທິງບົກ ແບບຄົບວົງຈອນແນໃສ່ອໍານວຍຄວາມສະດວກ ທາງການຄ້າ ແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງ ດ້ວຍການ ເປັນຕົ້ນທາງ ແລະ ປາຍທາງການຂົນສົ່ງຕູ້ສິນຄ້າ ພ້ອມໃຫ້ບໍລິການ LCL (ບໍລິການສິນຄ້າ ບໍລິມາດນ້ອຍ, ບໍ່ເຕັມຕູ້), ເປັນທັງສູນກາງຄ່ຽນຖ່າຍສິນຄ້າ ແລະ ດ່ານສາກົນ ສຳລັບການຂົນສົ່ງສິນຄ້າ ເຂົ້າ-ອອກ ແລະ ຜ່ານແດນ ໂດຍມີບັນດາອົງປະກອບ ຂອງລະບົບສາງພາສີ ປະເພດຕ່າງໆ ຄົບຊຸດ.
  2. ເຂດໂລຊິດສະຕິກ ແມ່ນສ່ວນນຶ່ງຂອງເຂດ ໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງ ວຽງຈັນ ທີ່ໄດ້ຈັດສັນພື້ນທີ່

ຈຸດສຸມສະເພາະກິດຈະການສ້າງມູນຄ່າເພີ່ມເຊັ່ນ:

  • ພື້ນທີ່ບໍລິການສູນໂລຊິດສະຕິກ ຊິຶ່ງບັນດາຜູ້ປະກອບການ ດໍາເນີນທຸລະກິດ ສາມາດເຄຶ່ອນໄຫວທຸລະກິດ ຂົນສົ່ງ, ໂລຊິດສະຕິກ ແລະ ການແຈກຢາຍສິນຄ້າ ທັງຜ່ານແດນພາຍໃນ ແລະ ຜ່ານແດນສາກົນ
  • ພື້ນທີ່ປອດພາສີ ສໍາລັບ ການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາ ລໍຖ້າການນໍາເຂົ້າ-ສົ່ງອອກ ລວມທັງ ສູນສົ່ງເສີມການຄ້າສາກົນ
  • ພື້ນທີ່ຈັດເກັບສິນຄ້າປະເພດທາດແຫຼວ (Tank Farm)
  • ພື້ນທີ່ສູນສົ່ງເສີມການຄ້າສາກົນ
  • ພື້ນທີ່ການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາ ລໍຖ້າການນໍາເຂົ້າ-ສົ່ງອອກ
  • ພື້ນທີ່ສາງເຢັນ ສໍາລັບສິນຄ້າປະເພດເນື້ອສັດ, ໝາກໄມ້ ແລະ ພືດຜັກ
  • ສູນບໍລິການສົ່ງອອກຂອງ SME

ລາຍລະອຽດ ຂອງໂຄງການມີດັ່ງນີ້:

ພື້ນທີ່ໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຊີດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 200 ເຮັກຕາ (ເບື້ອງຕົ້ນ), ມູນຄ່າການລົງທືນຂອງໂຄງການທັງໝົດ ປະມານ 727 ລ້ານໂລດາສະຫາລັດ ແລະ ການກໍ່ສ້າງຈະແບ່ງອອກເປັນ 3 ໄລຍະ ຊື່ງໄລຍະທໍາອິດຈະສໍາເລັດໃນ 12-14 ເດືອນ.

ສັງລວມແລ້ວເປັນໂຄງການດັ່ງກ່າວນີ້ ເປັນໂຄງການທີ່ນອນໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຂອງລັດຖະບານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການແກ່ການພັດທະນາພື້ນຖານໂຄງລ່າງ ແລະ ການບໍລິການດ້ານໂລຊີດສະຕິກທີ່ທັນສະໄໝ ທຽບເທົ່າສາກົນ, ເມື່ອໂຄງການໄດ້ມີການກໍ່ສ້າງສໍາເລັດ ແລະ ເປີດໃຫ້ບໍລິການ ສປປ ລາວ ກໍຈະມີໂຄງລ່າງທີ່ທັນສະໄໝຄົບຊຸດ ສໍາລັບການເຊຶ່ອມຈອດ ລະບົບຂົນສົ່ງ ຫຼາຍຮູບແບບ ລະດັບສາກົນ ທາງບົກ, ທາງລົດໄຟ ແລະທາງທະເລ ຍົກລະດັບຂີດຄວາມສາມາດ ແຂ່ງຂັນໃຫ້ແກ່ ວຽກງານຂົນສົ່ງໂລຊິດສະຕິກ ກໍຄືອໍານວຍຄວາມສະດວກທາງການຄ້າ ໃຫ້ແກ່ ສປປ ລາວ. ເປັນໂຄງການທີ່ມີການລົງທືນສູງ ເເລະ ການບໍລິການຄົບວົງຈອນ ເຊີ່ງຈະຮອງຮັບບໍລິມາດສີນຄ້າບັນທຸກທາງບົກ ເເລະ ທາງລາງໄດ້ຢ່າງພຽງພໍ ທັງຈະເປັນການດືງດູດ ຜູ້ປະກອບການ ຂົນສົ່ງໂລຊິດສະຕີກ, ເປັນການປະກອບສ່ວນທີ່ສໍາຄັນແກ່ພັດທະນາ ເສດຖະກິດ-ສັງຄົມຂອງລັດຖະບານ. ນອກນັ້ນ, ໂຄງການດັ່ງກ່າວ ຍັງປະກອບສ່ວນໃນການ ສ້າງວຽກເຮັດງານທໍາ ແລະ ອາຊີບ ແກ່ປະຊາຊົນໃນລາວ ຊື່ງຈະເປັນການຍົກລະດັບຊີວິດການເປັນຢູ່ ໃຫ້ນັບມື້ນັບສູງຂື້ນ.