ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ໂຄງການຍຸດທະສາດເພື່ອພັດທະນາເສດຖະກິດແຫ່ງຊາດ

ທ່ານນາຍົກລັດຖະມົນຕີເຄື່ອນໄຫວຢ້ຽມຢາມ ແລະ ພົບປະກັບພະນັກງານທີ່ພວມຈັດຕັ້ງປະຕິບັດບັນດາໂຄງການຍຸດທະສາດເພື່ອພັດທະນາເສດຖະກິດແຫ່ງຊາດໃຫ້ມີການຂະຫຍາຍຕົວໃນ ອານາຄົດ ແລະ ເຮັດໃຫ້ປະເທດລາວກາຍເປັນຈຸດເຊື່ອມຈອດອານຸ ພາກພື້ນ ແລະ ເຊື່ອມໂຍງສາກົນ
 
ໃນຕອນເຊົ້າວັນທີ່ 30 ກໍລະກົດ 2020 ພະນະທ່ານ.ທອງ ລຸນ ສີສຸລິດ ນາຍົກລັດຖະມົນຕີພ້ອມດ້ວຍຄະນະລັດຖະບານໄດ້ເດີນທາງໄປຢ້ຽມຢາມ ແລະ ກວດກາຄວາມຄືບຫນ້າຂອງໂຄງການ
 
“ວຽງຈັນ ໂລຊິດສະຕິກ ພາກ” ເຊີ່ງເປັນໂຄງການພັດທະນາ ໂລຊິດສະຕິກ ຄົບວົງຈອນຂອງນະຄອນຫລວງວຽງຈັນພຽງແຫ່ງດຽວທີ່ລວມເອົາ 2 ອົງປະກອບຫຼັກມາໄວ້ຈຸດດຽວກັນເພື່ອສ້າງເງື່ອນໄຂຮອງຮັບການເຊື່ອມຈອດ ແລະ ເຊື່ອມໂຍງສາກົນທາງດ້ານການຄ້າ ແລະ ການຂົນສົ່ງໃຫ້ເກີດປະໂຫຍດສູງສຸດ, ມີການບໍລິການທີ່ເປັນລະບົບທັນສະໃຫມຮອງຮັບການຂົນສົ່ງຫລາຍຮູບແບບຄື:ການຂົນສົ່ງທາງບົກ, ທາງນ້ຳ ແລະ ທາງລົດໄຟ ທັງເປັນຈຸດສຸມສະເພາະກິດຈະສ້າງມູນຄ່າເພີ່ມເຊັ່ນ:ພື້ນທີ່ບໍລິການສູນ ໂລຊິດສະຕິກ ພື້ນທີ່ບໍລິການສູນ ໂລຊິດຕິກ ເປັນພື້ນທີ່ໃຫ້ຜູ້ປະກອບການສາມາດເຄື່ອນໄຫວທຸລະກິດຂົນສົ່ງຕະຫລອດຮອດການແຈກຍາຍສີນຄ້າທາງພາຍໃນ ແລະ ການສົ່ງອອກຕ່າງປະເທດ ໂດຍຈະມີເຂດປອດພາສີສຳຫຼັບການຜະລິດ,ການປຸງແຕ່ງ,ການເກັບຮັກສາ,ລໍຖ້າ,ການນຳເຂົ້າ ແລະ ສົ່ງອອກ ເຊີ່ງມີສາງເຢັນສໍາຫຼັບຊີ້ນສັດ,ພຶດຜັກ ແລະ ຫມາກໄມ້ ເປັນສະຖານີຂົນສົ່ງຫລາຍຮູບແບບລະດັບສາກົນແຫ່ງທຳອິດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ສາມາດບໍລິການທ່າເຮື່ອຕັ້ງແຕ່ເທີ່ງບົກແບບຄົບວົງຈອນແນໃສ່ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຫຼຸດຜ່ອນຕົ້ນທືນການຂົນສົ່ງດ້ວຍການເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງຕູ້ສີນຄ້າ.
ພື້ນທີ່ໂຄງການ ທ່າບົກ-ທ່ານາແລ້ງ ແລະ ເຂດ logistic ຄົບວົງຈອນນະຄອນຫຼວງວຽງຈັນ,ຕັ້ງຢູ່ບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ມີເນື້ອທີ່ທັງຫມົດ 200 ເຮັກຕ້າ,ໃນເບື້ອງຕົ້ນມູນຄ່າຂອງການລົງທືນທັງຫມົດແມ່ນ 727,000,000 ໂດລາສະຫະລັດ
ເຊີ່ງການກໍ່ສ້າງແມ່ນຈະແບ່ງອອກເປັນ 3 ໄລຍະ,ໄລຍະທຳອິດແມ່ນຈະສ້າງໃຫ້ສຳເລັດພາຍໃນເວລາ 14ເດືອນ ຄາດວ່າເຂດ ທ່າບົກ ແມ່ນຈະໃຫ້ເປີດການນຳໃຊ້ໃນເດືອນ ມີນາ ປີ 2021,ສ່ວນເຂດ LOGISTIC ວຽງຈັນແມ່ນຈະເປີດການນຳໃຊ້ໃນເດືອນຕຸລາ ປີ 2021 ຕໍ່ກັບແຜນການ ແລະ ຄວາມພະຍາຍາມຂອງຄະນະບໍລິຫານງານໂຄງການດັ່ງກ່າວໃນນາມລັດຖະບານທ່ານາຍົກລັດຖະມົນຕີສະແດງຄວາມຊົມເຊີຍພ້ອມທັງຕີລາຄາສູງ ແລະ ເນັ້ນຫນັກໃຫ້ບໍລິສັດທີ່ລົງທືນຈົ່ງປະຕິບັດຕາມແຜນການສ່ວນລັດຖະບານຈະອຳນວຍຄວາມສະດວກ ແລະ ແກ້ໃຂບັນຫາໃດທີ່ເປັນສີ່ງກິດຂວາງໃນການພັດທະນາປະຕິບັດນະໂຍບາຍສົ່ງເສີມການລົງທືນເພື່ອພັດທະນາເສດຖະກິດ,ສັງຄົມຂອງຊາດ
STL-27

ລົງທຶນ 727 ລ້ານໂດລາ ສໍາປະທານໂຄງການ ສ້າງສູນໂລຊິດສະຕິກຄົບວົງຈອນແຫ່ງທຳອິດຂອງລາວ

ໂຄງການພັດທະນາ ທ່າບົກ ທ່ານາແລ້ງ ແລະ ເຂດໂລຊີດສະຕິກ ນະຄອນຫຼວງວຽງຈັນ

ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າໂດຍ ກະຊວງແຜນການ ການລົງທືນ ແລະ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ Continue Reading

STL-28

ເລີ່ມກໍ່ສ້າງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຊີດສະຕິກ ຄົບວົງຈອນແຫ່ງທຳອິດຂອງລາວ

ຕໍ່ໄປປະເທດເຮົາຈະມີສູນໂລຈິສສະຕິກຄົບວົງຈອນເປັນແຫ່ງທຳອິດ ຮອງຮັບການຂົນສົ່ງສິນຄ້າຈຳນວນຫຼາຍ ເປັນໜຶ່ງໃນໂຄງການປະກອນສ່ວນແກ່ນະໂຍບາຍສ້າງປະເທດລາວ Continue Reading

STL-29

ມອບຜ້າອັດປາກ ເພື່ອປ້ອງກັນການລະບາດຂອງເຊື້ອ COVID-19 ໃຫ້ແກ່ອົງການກາແດງລາວ

ໃນວັນທີ 5 ພຶດສະພາ 2020 ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ໄດ້ນຳຜ້າປິດປາກ ຈຳນວນ 10,800 ອັນ ມູນຄ່າ 48,600,000 ກີບ ມອບໃຫ້ແກ່ອົງການກາແດງລາວ ເພື່ອຕ້ານການແຜ່ລະບາດ ຂອງເຊື້ອໄວຣັດ ໂຄວິດ-19 ມອບໂດຍ ທ່ານ ຈັນທະລາ ແກ້ວວັນທອງ ຜູ້ຕາງໜ້າບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ຮັບໂດຍ ທ່ານ ຮສ. ດຮ ສິງ ເມໂນລາດ ຮອງປະທານອົງການກາແດງລາວ

Continue Reading

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU)

ວ່າດ້ວຍການຮ່ວມພັດທະນາ ຄວາມເປັນໄປໄດ້ໃນການລົງທຶນ ໃນໂຄງການເຂດໂລຈິດສຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈໍາກັດ ແລະ ບໍລິສັດ ມູຫິບບາ ເອັນຈີເນຍລີ້ງ (ມາເລເຊຍ)

ບໍລິຈາກຜ້າປິດປາກ-ດັງ ໃຫ້ແກ່ໂຮງໝໍ 103

ການລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID-19) ທີ່ກຳລັງແຜ່ລະບາດ ແລະ ມີຕົວເລກຜູ້ຕິດເຊື້ອ-ເສຍຊີວິດ ເປັນຈຳນວນຫລວງຫຼາຍໃນທົ່ວໂລກ.

ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈຳກັດ ເຫັນໄດ້ເຖີງຄວາມຈໍາເປັນ ແລະ ຮີບດ່ວນ ຂອງການປ້ອງກັນຄວບຄຸມສະກັດກັັ້ນການແຜ່ລະບາດຂອງພະຍາດ ຕາມນະໂຍບາຍ ລັດຖະບານ, ໂດຍແນວທາງ ແລະ ເຈດຈໍານົງຂອງ ຜູ້ບໍລິຫານຂອງ ບໍລິສັດ ທີ່ຍາມໃດກໍມີຄວາມຕັ້ງໃຈຢ່າງສູງ ທີ່ຈະເປັນສ່ວນໜື່ງໃນການ ແບ່ງເບົາພາລະຕໍ່ສັງຄົມ ກໍຄືປະເທດຊາດ.

ໃນວັນທີ່ 26 ມີນາ 2020 ຕ່າງໜ້າໃຫ້ ບໍລິສັດ ສິດທິ ໂລຈີດສຕິກ ລາວ ຈຳກັດ ໄດ້ນໍາເອົາເຄື່ອງ ອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດ (ຜ້າອັດປາກ-ດັງ) ໄດ້ມາມອບໃຫ້ໂຮງໝໍ 103 ນະຄອນຫຼວງວຽງຈັນ ຄິດເປັນມູນຄ່າ 8,500,000 ກີບ